ການຮ່ວມມືດ້ານການທະຫານລະຫວ່າງຍີ່ປຸ່ນ - ອາເມລິກາ

ການຮ່ວມມືດ້ານການທະຫານລະຫວ່າງຍີ່ປຸ່ນ - ອາເມລິກາ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 04/12, ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ພວມ​ວາງ​ແຜນການ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ທີ່​ນຳ​ໃຊ້​ເຮືອ​ບິນ​ຂົນ​ສົ່ງ​ໜັກ MV – 22 Osprey ​ເຊິ່ງອາ​ເມ​ລິ​ກາ ​ໄດ້​ຜັນ​ຂະຫຍາຍ​ຢູ່​ຖານ​ທີ່​ໝັ້ນ Futenma, ຂຶ້ນ​ກັບ​ແຂວງ Okinawa ຂອງ​ຍີ່ປຸ່ນ. ຕາມ​ແຫຼ່ງຂ່າວ​ດັ່ງກ່າວ, ການ​ຊ້ອມ​ຮົບ​ຮ່ວມ​ອາດ​ຈະ​ດຳ​ເນີນ​ໄປ​ຢູ່​ບັນດາ​ແຂວງ Niigata ​ແລະ ​ແຂວງ Gunma ຂອງ​ຍີ່ປຸ່ນ ​ໃນ​ເດືອນ 02 – 03/2014, ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ຄວາມ​ສາມາດ​ປ້ອງ​ກັນ​ບັນດາ​ເກາະ​ທີ່​ຫ່າງ​ໄກ​ຂອງ​ຍີ່ປຸ່ນ ​ໃນ​ນັ້ນ​ມີ​ໝູ່​ເກາະ​ທີ່​ພວມ​ມີ​ການ​ພິດ​ພາດ​ກັນ​ກັບ​ຈີນ ​ເຊິ່ງ​ໂຕ​ກຽວ ​ເອີ້ນ​ວ່າ Senkaku ​ແລະ ປັກ​ກິ​ງ ​ເອີ້ນ​ວ່າ ຕຽວອີ.

        ​ໃນ​ເຫດການ​ອື່ນ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 03/12, ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ ທ່ານ​ໜຶ່ງ​ໃຫ້​ຮູ​້ວ່າ, ອາ​ເມ​ລິ​ກາ​ໄດ້​ຜັນ​ຂະຫຍາຍ​ເຮືອບບິນ​ລາດ​ຕາ​ເວນ​ຕ້ານ​ກໍ່າ​ປັ່ນ​ດຳ​ນ້ຳ P – A8 ຢູ່​ຖານ​ທີ່​ໝັ້ນ​ການ​ທະຫານ​ຢູ່​ແຂວງ Okinawa. ນີ້​​ເປັນ​ຄັ້ງ​ທຳ​ອິດ​ທີ່​ອາ​ເມ​ລິ​ກາ​ຜັນ​ຂະຫຍາຍ​​ເຮືອບິນ​ດັ່ງກ່າວ​ຢູ່​ຕ່າງປະ​ເທດ.  ​ແຜນການ​ດັ່ງກ່າວ​ໄດ້​ປະຕິບັດ​ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ໂຕ​ກຽວ ​ແລະ ວໍ​ຊິງ​ຕັນ ​ໃນ​ເດືອນ 10 ຜ່ານ​ມາ, ພ້ອມ​ທັງ​ນອນ​ໃນ​ໂຄງການ​ປ່ຽນ​ໃໝ່​ບັນດາ​ເຮືອ​ບິນ​ຕ້ານ​ກໍ່າ​ປັ່ນ​ດຳ​ນ້ຳ​ຊະນິດ P3C ທີ່ລ່າສະ​ໄໝ.

ຂ່າວ/ບົດ​ອື່ນ