ການຮ່ວມມືດ້ານປ້ອງກັນ ຊາດຊຸກຍູ້ການພົວພັນ ຫວຽດນາມ-ສ.ຝະລັ່ງ


ການຮ່ວມມືດ້ານປ້ອງກັນ ຊາດຊຸກຍູ້ການພົວພັນ ຫວຽດນາມ-ສ.ຝະລັ່ງ - ảnh 1

(ພາບ:vov)

(vovworld)- ​ໂດ​ຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ພົນ​ເຮືອ​ເອກ Edouard Guillaud ​ເສນາທິການ​ໃຫ່ຍກອງທັບ​ຝະລັ່ງ, ຄະນະຜູ້​ແທນ​ຂັ້ນສູງ​ປະ​ເທດ ສສ ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ​ໂດ໋​ບາ​ຕິ ​ເສນາ​ທິການ​ໃຫ່ຍກອງທັບ ປຊຊ ຫວຽດນາມ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ສ.ຝະລັ່ງ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24-27/6. ວັນ​ທີ 24/6, ພາຍຫລັງ​ພິທີຕ້ອນຮັບ, ຄະນະຜູ້​ແທນ​ການ​ທະຫານຂັ້ນສູງ​ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ​ໂດ໋​ບາ​ຕິ ນຳ​ໜ້າ ​ແລະ ຄະນຜູ້​ແທນ​ກອງທັບ ສ.ຝະລັ່ງ ​ໂດຍທ່ານ​ພົນ​ເຮືອ​ເອກ Edouard Guillaud ນຳ​ໜ້າ​ໄດ້​ດຳ​ເນີນ​ການ​ພົບ​ປະເຈລະຈາ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ບາງ​ສະພາບ​ການ​​ໂລກ ​ແລະ ພາກ​ພື້ນ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ທ່ານ​ພົນ​ໂທ​ໂດ໋​ບາ​ຕິ ​ເນັ້ນໜັກ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ຮອບ​ດ້ານ​ກັບ ສ.ຝະລັ່ງ.​ ກ່ຽວ​ກັບ​ທິດ​ທາງ​ການ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ພົນ​ໂທ​ໂດ໋​ບາ​ຕິ ສະ​ເໜີ​ໃຫ້​ສອງຝ່າຍ​ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດຕາມ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດທີ່​ໄດ້ຮັບ​ການ​ລົງ​ນາມ ລວມມີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ, ສືບ​ຕໍ່​ຮັກສາ​ກົນ​ໄກ​ປະຊຸມ​ປະຈຳ​ປີ​ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ​ແລກປ່ຽນ​ການ​ບຳລຸງ​ສ້າງ…​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝະລັ່ງ​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍພາກ​ພື້ນ, ສາກົນ ​ແລະ ຜ່ານການ​ຮ່ວມ​ມື​ນີ້​ເພື່ອ​ພ້ອມ​ກັນ​ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້ ຝະລັ່ງ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ. ສ່ວນທ່ານ​ພົນ​ເຮືອ​ເອກ Edouard Guillaud ກໍ່​ເຫັນ​ດີ​ກັບ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ໃນ​ຂອບ​ເຂດ​ຂໍ້​ຕົກລົງ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ຝະລັ່ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ.

 



ຂ່າວ/ບົດ​ອື່ນ