ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ຍີ່ປູ່ນ ນັບມື້ນັບໄດ້ຮັບການເປີດກ້ວາງ.

(VOVWORLD) -ການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ຍີ່ປຸ່ນໄດ້ຮັບຄວາມເອົາໃຈໃສ່ຈາກສອງຝ່າຍຢ່າງຕັ້ງໜ້າໃນການຊຸກຍູ້ບັນດາເນື້ອໃນການຮ່ວມມືນັບມື້ນັບໄດ້ຮັບການເປີດກ້ວາງ ແລະ ມີປະສິດທິຜົນຢ່າງແທດຈິງ.
ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ຍີ່ປູ່ນ ນັບມື້ນັບໄດ້ຮັບການເປີດກ້ວາງ. - ảnh 1 ທ່ານພົນໂທ ຟານວັນຢາງ, ແລະ ທ່ານ ພົນເຮືອເອກ Katsutoshi Kawano

ໂດຍຮັບຄຳເຊີນຂອງທ່ານພົນເຮືອເອກ Katsutoshi Kawano ຫົວໜ້າກົມໃຫຍ່ເສນາທິການ ທະຫານປະສົມກຳລັງປ້ອງກັນຊາດ ຍີ່ປຸ່ນ, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າຄະນະໄດ້ໄປຢ້ຽມຢາມຍິີ່ປຸ່ນ ໃນລະຫວ່າງວັນທີ 2 – 5 ມີນາ.

ວັນທີ 4 ມີນາ, ທ່ານພົນໂທ ຟານວັນຢາງ ແລະທ່ານພົນເຮືອເອກ Katsutoshi Kawano ໄດ້ແລກປ່ຽນແລະເຫັນດີເປັນເອກະພາບກັນການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ຍີ່ປຸ່ນໄດ້ຮັບຄວາມເອົາໃຈໃສ່ຈາກສອງຝ່າຍຢ່າງຕັ້ງໜ້າໃນການຊຸກຍູ້ບັນດາເນື້ອໃນການຮ່ວມມືນັບມື້ນັບໄດ້ຮັບການເປີດກ້ວາງ ແລະ ມີປະສິດທິຜົນຢ່າງແທດຈິງ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຂອງ ແຕ່ລະປະເທດ ແລະ ໃນພາກພື້ນ.

  ໃນຕອນບ່າຍວັນດຽວກັນ, ທ່ານພົວໂທ ຟານວັນຢາງ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ. ກໍ່ໃນຂອບເຂດການຢ້ຽມຢາມ, ທ່ານພົນໂທ ຟານວັນຢາງ ໄດ້ໄປຢ້ຽມຢາມຖານທັບອາກາດ Kisarazu ຂອງກຳລັງປ້ອງກັນພື້ນດິນ, ຢ້ຽມຢາມ ແລະ ໂອ້ລົມ ກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ