ການ​ຮ່ວມ​ມື​ດ້າ​ນ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ຍີ່​ປຸ່ນ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່

(VOVWORLD) -ຕອນບ່າຍວັນທີ 11 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ໄດ້ເປັນປະທານພິທີຕ້ອນຮັບ ແລະ ດຳເນີນການສົນທະນາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຊາດ ຍີ່ປຸ່ນ Kishi Nobuo.

 ໃນການສົນທະນາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງຕໍ່ການພົວພັນດ້ານປ້ອງກັນຊາດໄລຍະຜ່ານມາ; ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ຢັ້ງຢືນຄືນຄວາມຈຳເປັນຂອງການປະຕິບັດຕາມກົດໝາຍສາກົນ, ລວມທັງກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ແລກປ່ຽນກ່ຽວກັບບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ກອງທັບແຕ່ລະປະເທດ.

ການ​ຮ່ວມ​ມື​ດ້າ​ນ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ຍີ່​ປຸ່ນ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ - ảnh 1ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານລັດຖະມົນຕີ Kishi Nobuo ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງມອບຮັບອຸປະກອນ ແລະ ເຕັກໂນໂລຢີປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ (ພາບ: chinhphu:vn)
ລັດຖະມົນຕີສອງທ່ານໄດ້ແລກປ່ຽນກ່ຽວກັບການທິດທາງການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ບົນພື້ນຖານການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່. ຕາມນັ້ນແລ້ວ, ລັດຖະມົນຕີສອງທ່ານເຫັນດີ ໄລຍະຈະມາເຖິງ ຈະຊີ້ນຳບັນດາອົງການກ່ຽວຂ້ອງຂອງທັງສອງຝ່າຍ ຕັ້ງໜ້າສົມທົບກັນເພື່ອລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດເສນາຮັກ ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສືບຕໍ່ຮັກສາບັນດາກົນໄກຮ່ວມມືສອງຝ່າຍ… ໃນໄລຍະພັດທະນາໃໝ່ຂອງການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ, ສອງຝ່າຍຈະຕັ້ງໜ້າຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ພິເສດແມ່ນບັນດາລາຍການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ການຮ່ວມມືຫຼາຍຝ່າຍ, ແນໃສ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ພາຍຫຼັງການສົນທະນາ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານລັດຖະມົນຕີ Kishi Nobuo ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງມອບຮັບອຸປະກອນ ແລະ ເຕັກໂນໂລຢີປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ