ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ

(VOVWORLD) - ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງສືບຕໍ່ຜັນຂະຫຍາຍບັນດາ ເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງມີປະສິດທິຜົນ
ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ  - ảnh 1ທີ່ການພົບປະເຈລະຈາ
(ພາບ: qdnd.vn)

ຕອນບ່າຍວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນວັນເຫງັ້ຍ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ມີການພົບປະເຈລະຈາກັບພົນເອກ Charles Flynn, ຜູ້ບັນຊາການທະຫານບົກມະຫາສະໝຸດອິນເດຍ - ປາຊີຟິກ. ຢູ່ທີ່ນີ້, ທ່ານພົນໂທ ຫງວຽນວັນເຫງັ້ຍ ສະເໜີວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງສືບຕໍ່ຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວຢ່າງມີປະສິດທິຜົນ,  ໃຫ້ບຸລິມະສິດຊຸກຍູ້ການຮ່ວມມື ໃນການຮັກສາສັນຕິພາບ ສປຊ; ຍົກສູງປະສິດທິພາບ ແລະ ຄຸນນະພາບການຮ່ວມມືດ້ານການບຳລຸງສ້າງ; ການຮ່ວມມືດ້ານເສນາຮັກ; ສະເໜີ ອາເມລິກາ ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນມີການສືບຕໍ່ເພີ່ມທະວີການໜູນຊ່ວຍໃຫ້ ຫວຽດນາມ ໃນບັນດາໂຄງການບຳບັດມົນລະພິດ ດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ ແລະ ອາໂຊໂຮ, ແຂວງ ເທື່ອທຽນເຫ້ວ ແລະ ບຳບັດດິນປົນເປື້ອນ ດີໂອຊິນ ຢູ່ສະໜາມບິນ ຝູກາດ (ບິ່ງດິງ). ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກເພື່ອດຳເນີນບັນດາການເຄື່ອນໄຫວຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນ (MIA) ໃນປາງສົງຄາມ.

ສ່ວນທ່ານພົນເອກ Charles Flynn ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ; ປາດຖະໜາວ່າ, ກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບອາເມລິກາ ຈະຮ່ວມມືໃນຫຼາຍຂົງເຂດກ່ວາອີກ, ເຊັ່ນການແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງ, ເຂົ້າຮ່ວມບັນດາເຫດການທີ່ສອງຝ່າຍເປັນເຈົ້າພາບຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ