ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ​ ເພື່ອ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ

(VOVWORLD) -ວັນທີ 5 ກຸມພາ, ທ່ານ ພົນເອກ Sergey Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ໄດ້ເປັນປະທານໃນພິທີຕ້ອນຮັບຢ່າງເປັນທາງການ ແລະ ມີການພົບປະເຈລະຈາກັບທ່ານ ພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ພ້ອມກັບຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ທີ່ພວມມີການຢ້ຽມຢາມລັດເຊຍຢ່າງເປັນທາງການ.
ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ​ ເພື່ອ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ - ảnh 1

ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມກວດແຖວທະຫານກອງກຽດຕິຍົດທີ່ພິທີຕ້ອນຮັບຢ່າງເປັນທາງການ (ພາບ: qdnd.vn )

ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຕີລາຄາການຮ່ວມມືດ້ານປ້ອງກັນຊາດໃນໄລຍະທີ່ຜ່ານມາ ໄດ້ຮັບການຜັນຂະຫຍາຍຢ່າງແຮງທັງລວງກ້ວາງ ແລະ ລວງເລິກ ນຳມາເຊິ່ງປະສິດທິຜົນອັນແທດຈິງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ ສອງປະເທດ, ເໝາະສົມກັບການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ.

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດໃຫ້ຫຼາຍກ່ວາອີກ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ບັນດາເອກະສານທີ່ໄດ້ລົງນາມແລ້ວ ພິເສດແມ່ນ “ຖະແຫຼງການວິໄສທັດລວມ” ເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດນັບມື້ນັບ ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານກ່ວາເກົ່າ.

ສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີສອງທ່ານໄດ້ລົງນາມໃນຖະແຫຼງການວິໄສທັດລວມກ່ຽວກັບການພົວພັນຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ໄລຍະ 2020 – 2025.

ຕອນບ່າຍວັນດຽວກັນ, ທ່ານ ພົນເອກ ໂງຊວັນລິກ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ແລະ ຫຼັງຈາກນັ້ນ, ທ່ານ ພົນເອກໂງຊວັນລິກ  ແລະ ຄະນະຜູ້ແທນ ກະຊວງປ້ອງກັນປະເທດ ກໍ່ໄດ້ອອກຈາກ ມົດສະດູ ໄປຍັງນະຄອນ Saint Petersburg ສືບຕໍ່ລາຍການເຮັດວຽກໃນຂອບເຂດການຢ້ຽມຢາມ ສະຫະພັນລັດເຊຍຢ່າງເປັນທາງການ.

ວັນເທື່ອງ ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ