ກາ​ນ​ຮ່ວມ​ມືດ້ານ​ປ້ອງ​ກັນ​ຊາດ​ເພື່​ອ​ອາ​ຊຽນ​ສະ​ໜິດ​ແໜ້ນ ແລະ ເປັ​ນ​ເຈ​ົ​້າ​ການ​ໃນ​ການ​ຮັບ​ມື

(VOVWORLD) - ວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມໄດ້ຈັດຕັ້ງການແຈ້ງຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວດ້ານການທະຫານ - ປ້ອງກັນຊາດຂອງ ອາຊຽນ ໃນປີ 2020 ໂດຍທ່ານ ພົນໂທ ຫງວຽນຈີວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດເປັນປະທານ.
ກາ​ນ​ຮ່ວມ​ມືດ້ານ​ປ້ອງ​ກັນ​ຊາດ​ເພື່​ອ​ອາ​ຊຽນ​ສະ​ໜິດ​ແໜ້ນ ແລະ ເປັ​ນ​ເຈ​ົ​້າ​ການ​ໃນ​ການ​ຮັບ​ມື - ảnh 1ທ່ານ ພົນໂທ ຫງວຽນຈີວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN) 

ບັນດາບຸລິມະສິດໃນປີ ອາຊຽນ 2020 ໄດ້ກຳນົດລວມມີ: ຊຸກຍູ້ການເຈລະຈາ, ການຮ່ວມມືໃນການປ້ອງກັນຊາດ - ການທະຫານພາຍໃນ ກຸ່ມອາຊຽນ ແລະ ລະຫວ່າງອາຊຽນກັບບັນດາປະເທດຄູ່ຮ່ວມມື; ສະເໜີຂໍ້ລິເລີ່ມ, ຮູບແບບການຮ່ວມມືໃໝ່ມຸ່ງໄປສູ່ການປັບປຸງລະບອບລະບຽບການ, ຍົກສູງກຳລັງຄວາມສາມາດໃນການສົມທົບກັນເຄື່ອນໄຫວລວມ, ຊຸກຍູ້ແກ້ໄຂບັນດາບັນຫາອາດຊະຍາກຳແບບເກົ່າ ແລະ ແບບໃໝ່, ອາດຊະຍາກຳຂ້າມຊາດ, ບັນດາບັນຫາທີ່ເກີດຂຶ້ນຢູ່ທະເລ…

        ປີ 2020, ກະຊວງປ້ອງກັນປະເທດ ຫວຽດນາມໄດ້ເປັນເຈົ້າພາບຈັດຕັ້ງ ກ່ວາ 20 ກອງປະຊຸມ ແລະ ການເຄື່ອນໄຫວທາງການທະຫານ - ປ້ອງກັນຊາດຂອງອາຊຽນ. ກະຊວງປະກັນປະເທດຫວຽດນາມສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງບັນດາປະເທດປະທານຊຸດກ່ອນ, ກໍ່ຄືບຸລິມະສິດຊຸກຍູ້, ເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ເຮັດໃຫ້ການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືເລິກເຊິ່ງກ່ວາອີກ, ຊອກໄດ້ບັນດາຮູບແບບການຮ່ວມມືໃໝ່, ມີລັກສະນະແທດຈິງ, ມີປະສິດທິຜົນ, ຮັບໃຊ້ຜົນປະໂຫຍດລວມຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ