ການຮ່ວມມືດ້ານປ້ອງກັນປະເທດແມ່ນໜຶ່ງໃນບັນດາຂົງເຂດທີ່ສຳຄັນໃນສາຍພົວພັນ ຫວຽດນາມ-ລັດເຊຍ

ການຮ່ວມມືດ້ານປ້ອງກັນປະເທດແມ່ນໜຶ່ງໃນບັນດາຂົງເຂດທີ່ສຳຄັນໃນສາຍພົວພັນ ຫວຽດນາມ-ລັດເຊຍ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເຈືອງ​ກວາງ​ແຄ໋ງ ແລະ ທ່ານ​ຮອງ​ຫົວໜ້າຜູ້​ທີໜຶ່ງກຳມາ​ທິການປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ​ສະພາ​ແຫ່ງ​ຊາດ​ສະຫະພັນ​ລັດ​ເຊຍ
(ພາບ:mod.gov.vn)

(vovworld) – ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ຫົວໜ້າຜູ້​ທີໜຶ່ງກຳມາ​ທິການປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ​ສະພາ​ແຫ່ງ​ຊາດ​ສະຫະພັນ​ລັດ​ເຊຍ Evgeni Alleksaadrovich Serbrenniov, ​ໃນວັນ​ທີ 2/4 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ​ໄດ້ຢືນຢັນ​ວ່າການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ແມ່ນໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ທີ່ສຳຄັນ​ໃນ​ສາຍ​ພົວພັນ ຫວຽດນາມ - ລັດ​ເຊຍ.

   ທ່ານພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ​ເນັ້ນໜັກວ່າ​ໃນ​ໄລຍະ​ຜ່ານ​ມາ, ການ​ຮ່ວມ​ມື​ດ້ານ​ການ​ທະຫານ, ການ​ປ້ອງ​ກັນ​ຊາດ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ​ໄດ້​ມີ​ບາດກ້າວ​ພັດທະນາ​ໃໝ່, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນຂົງ​ເຂດ​ອຸດສາຫະກຳ​​ປ້ອງ​ກັນຊາດ, ບຳລຸງ​ສ້າງ​ຜູ້​ບັນຊາ​ເສນາ​ທິການ, ພະນັກງານ​ວິທະຍາສາດ​ເຕັກນິກ, ການ​ຮ່ວມມືບຳລຸງ​ສ້າ​ງພະນັກງານ​ກອງທັບ​ເຮືອ.

   ທ່ານ​ຮອງ​ຫົວໜ້າຜູ້​ທີໜຶ່ງກຳມາ​ທິການປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ​ສະພາ​ແຫ່ງ​ຊາດ​ສະຫະພັນ​ລັດ​ເຊຍ Evgeni Alleksaadrovich Serbrenniov ຢືນຢັນ​ໃນ​ໄລຍະ​ຈະ​ມາ​ເຖີງ,​ ສະພາ​ແຫ່ງ​ຊາດ​ສະຫະພັນ​ລັດ​ເຊຍ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ສືບ​ຕໍ່​ແລກປ່ຽນ​ເພື່ອ​ຊອກ​ຫາ​ຄວາມ​ເຫັນ​ດີ​ເປັນ​​ເຫັນ​ພ້ອມ​​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ. ລັດ​ເຊຍ ສືບ​ຕໍ່​ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງຜູ້​ບັນຊາ​ເສນາ​ທິການ, ພະນັກງານ​ວິທະຍາສາດ​ເຕັກນິກການ​ທະຫານ,​ ມອບ​ສົ່ງ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ຮ່ວມ​ມືດ້ານອຸດສາຫະກຳ​​ປ້ອງ​ກັນ​ຊາດ.



ຂ່າວ/ບົດ​ອື່ນ