ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ ​ແມ່ນ​ກໍາລັງໜູນຊຸ​ກຍູ​້ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ 25 ປີ ຜ່ານ​ມາ

(VOVWORLD) -     ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ແມ່ນກໍາລັງໜູນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນ 25 ປີ ຜ່ານມາ.
ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ ​ແມ່ນ​ກໍາລັງໜູນຊຸ​ກຍູ​້ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ 25 ປີ ຜ່ານ​ມາ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຮ່າກິມງອັກ (ພາບ: TTXVN)

    ນີ້ແມ່ນຄໍາຢັ້ງຢືນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຮ່າກິມງອັກ ໃນການຕອບສໍາພາດຕໍ່ນັກຂ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ. ຕາມ ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ແລ້ວ, ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນ 25 ປີ ຜ່ານມາມີ 3 ຈຸດພົ້ນເດັ່ນຄື: ທີໜຶ່ງແມ່ນ, ສອງປະເທດໄດ້ປະອະດີດຕະການ, ມຸ່ງໄປເຖິງ ອະນາຄົດ, ສ້າງການພົວພັນຄູ່ຮ່ວມມືຮອບດ້ານ; ທີ 2 ແມ່ນ ຂອບເຂດ ແລະ ລະດັບການຮ່ວມມືນັບແຕ່ດ້ານການເມືອງ, ການຕ່າງປະເທດ ຕະຫຼອດຮອດບັນດາຂົງເຂດອື່ນໆຄື ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນ, ວິທະຍາສາດ - ເຕັກໂນໂລຢີ; ນັບແຕ່ບັນດາຂົງເຂດສອງຝ່າຍ, ພາກພື້ນ ຕະຫຼອດຮອດການຮ່ວມມືໃນຂອບເຂດທົ່ວໂລກ... ລ້ວນແຕ່ຮັບຮູ້ບັນດາໝາກຜົນຢ່າງກ້າວກະໂດດຂັ້ນ. ທີ 3 ແມ່ນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຍັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ເຄົາລົບກົດໝາຍ ຢູ່ ພາກພື້ນມະຫາສະໝຸດອິນເດຍ - ອາຊີ - ປາຊີຟິກ ແລະ ໃນໂລກ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ການບັນລຸໄດ້ບັນດາໝາກຜົນດ່ັງກ່າວ ແມ່ນຍ້ອນມີຄວາມຕັດສິນໃຈດ້ານການເມືອງ, ມີການສະໜັບສະໜູນຢ່າງແຮງຂອງທັງສອງຝ່າຍໃນການເພີ່ມພູນຄູນສ້າງການພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ; ຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່ ແລະ ໝາກຜົນທີ່ບັນລຸໄດ້ໃນໄລຍະ 25 ປີຜ່ານມາໄດ້ເປັນພື້ນຖານໃຫ້ສອງປະເທດຊຸກຍູ້ບັນດາແນວຄວາມຄິດຮ່ວມມືໃໝ່ໃນໄລຍະຈະມາເຖິງ. 

        ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ລັດຖະບານ ຫວຽດນາມ ໃຫ້ຄໍາໝັ້ນສັນຍາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ກໍຄື ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອາເມລິກາ, ເພື່ອໃຫ້ ອາເມລິກາ ກາຍເປັນນັກລົງທຶນແຖວໜ້າຢູ່ຫວຽດນາມໂດຍໄວ ທ່ານກໍເຊື້ອໝັ້ນວ່າ ສອງປະເທດຈະເສີມຂະຫຍາຍໝາກຜົນຂອງ 25 ປີ ຜ່ານມາ, ຜ່ານຜ່າສິ່ງທ້າທາຍ, ນໍາການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນສູ່ລະດັບສູງໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ