ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ພາ​ຍຫຼັງ 1 ປີ​ທີ່ ຫວຽດ​ນາມ - ອາ​ເມ​ລິ​ກາ ຍົກ​ລະ​ດັບ​ການ​ພົວ​ພັ​ນ​ຂຶ້ນ​ລະ​ດັບ​ສູງ​ສຸດ

(VOVWORLD) - ພາຍຫຼັງ 1 ປີເຕັມ ທີ່ ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນທາງການທູດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ (ວັນທີ 11 ກັນຍາ 2023 -  11 ກັນຍາ 2024), ວົງການການນຳວິສາຫະກິດ ອາເມລິກາ ໄດ້ຍົກອອກຫຼາຍຂໍ້ສັງເກດທີ່ຕັ້ງໜ້າ.
ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ພາ​ຍຫຼັງ 1 ປີ​ທີ່ ຫວຽດ​ນາມ - ອາ​ເມ​ລິ​ກາ ຍົກ​ລະ​ດັບ​ການ​ພົວ​ພັ​ນ​ຂຶ້ນ​ລະ​ດັບ​ສູງ​ສຸດ - ảnh 1ທ່ານປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC), ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ,Ted Osius (ພາບ: TTXVN)

ທ່ານປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC), ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ,Ted Osius, ໃຫ້ຮູ້ວ່າ ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າສອງປະເທດພວມມີການພັດທະນາຢ່າງດີງາມ. ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທາງການຄ້າໃຫຍ່ສຸດຂອງ ອາເມລິກາ ດ້ວຍວົງເງິນການຄ້າສອງຝ່າຍບັນລຸກວ່າ 100 ຕື້ USD. ທ່ານອະດີດເອກອັກຄະລັດຖະທູດ Ted Osius ຖືວ່າ “ປີຈະມາເຖິງ ຈະບັນລຸໝາກຜົນທີ່ດີງາມກວ່າອີກ... ຫວຽດນາມ ພວມພັດທະນາ ດ້ວຍພົນລະເມືອງທີ່ມີອາຍຸໜຸ່ມ ແລະ ດຸໝັ່ນ, ກໍຄືການ ເຕີບໂຕທາງເສດຖະກິດຫຼາຍພໍສົມຄວນ. ຜ່ານການຄົ້ນຄວ້າຕ່າງໆຊີ້ໃຫ້ເຫັນການເຕີບໂຕເສດຖະກິດຂອງ ຫວຽດນາມ ຈະບັນລຸກວ່າ 6,6% ໃນ 10 ປີ ຈະມາເຖິງ. ດັ່ງນັ້ນ, ບັນດາວິສາຫະກິດ ອາເມລິກາ ມີຄວາມສົນໃຈເຖິງ ຫວຽດນາມ ທີ່ສຸດ. ເລື່ອງຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ເພີ່ມຄວາມໄວ້ເນື້ອເຊື່ອໃຈ, ເພີ່ມຄວາມເລິກເຊິ່ງໃຫ້ແກ່ການພົວພັນ ແລະ ສອງປະເທດຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກການຕົກລົງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ