ການຮ່ວມມືດ້ານເສດຖະກິດ,ການຄ້າແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການພົວພັນຫວຽດນາມ-ຈີນ

(VOVWORLD) -ການຮ່ວມມືດ້ານເສດຖະກິດ,ການຄ້າແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການພົວພັນຫວຽດນາມ-ຈີນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກຄືດັ່ງກ່າວໃນການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ໂຄງແຊ໋ວຢູງ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ຫວຽດນາມ ໃນວັນທີ 06 ກຸມພາ.

ການຮ່ວມມືດ້ານເສດຖະກິດ,ການຄ້າແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການພົວພັນຫວຽດນາມ-ຈີນ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ໂຄງແຊ໋ວຢູງ)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ພັກ, ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ, ສະເໜີໃຫ້ 2 ຝ່າຍສືບຕໍ່ປະຕິບັດຄວາມຮັບຮູ້ສຳຄັນລວມຂອງການນຳຂັ້ນສູງ 2 ພັກ, 2 ລັດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານການຮັກສາການພົບປະເປັນປະຈຳລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນຂອງ 2 ປະເທດ. 2 ຝ່າຍຄວນຕັ້ງໜ້າຜັນຂະຫຍາຍ 3 ກຸ່ມປະຕິບັດງານກ່ຽວກັບພື້ນຖານໂຄງລ່າງ, ການເງິນ ເງິນຕາ ແລະ ປຶກສາຫາລືຮ່ວມມືເພື່ອພ້ອມກັນພັດທະນາບົນທະເລ, ເປີດກວ້າງ ແລະ ຍົກສູງປະສິດທິຜົນບັນດາຂົງເຂດຮ່ວມມື; ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບບົນທະເລ, ນຳການພົວພັນຫວຽດນາມ - ຈີນ ໃຫ້ພັດທະນາ, ສະຖຽນລະພາບ, ປອດໄສ ແລະ ໝັ້ນຄົງ.

        ສະແດງຄວາມປະທັບໃຈຕໍ່ບັນດາບາດກ້າວພັດທະນາຢ່າງແຮງທາງດ້ານເສດຖະກິດ, ສັງຄົມຂອງຫວຽດນາມ ກໍຄືບັນດາບາດກ້າວສຳຄັນຂອງການພົວພັນຫວຽດນາມ - ຈີນ ໃນໄລຍະຜ່ານມາ, ທ່ານເອກອັກຄະລັດຖະທູດ ໂຄງແຊ໋ວຢູງ ຢືນຢັນວ່າ, ພາຍຫຼັງສິ້ນສຸດອາຍຸການ, ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ ຍາມໃດກໍຈະເອົາໃຈໃສ່ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ