ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດລະ​ຫວ່າງ ອາ​ຊຽນ ກັບ ຈີນ ແລະ ບັນ​ດາ​ປະ​ເທດ​ໃນ​ຂອບ​ເຂດ RCEP ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) -ການຮ່ວມມືດ້ານການຄ້າລະຫວ່າງ ຈີນ ກັບບັນດາຄູ່ຮ່ວມມື RCEP ບັນລຸປະມານ 180 ຕື້ USD, ເພີ່ມຂຶ້ນເກືອບ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະກອບສ່ວນ 5,6% ເຂົ້າໃນການເຕີບໂຕການຮ່ວມມືດ້ານການຄ້າກັບບັນດາປະເທດຂອງ ຈີນ.

        ຫວ່າງມໍ່ໆມານີ້, ທ່ານ ຫຼີໄຂວອ໊ວນ ຫົວໜ້າກົມໄຈ້ແຍກສະຖິຕິກົມໃຫຍ່ພາສີ ຈີນ ເຜີຍໃຫ້ຮູ້ວ່າ ນັບແຕ່ເມື່ອມີຜົນສັກສິດມາຮອດປັດຈຸບັນນີ້ (01 ມັງກອນ 2022), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ເສີມຂະຫຍາຍບົດບາດອັນໃຫຍ່ຫຼວງຂອງຕົນໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງບັນດາປະເທດສະມາຊິກ. ໃນເດືອນ ກໍລະກົດ, ການຮ່ວມມືດ້ານການຄ້າລະຫວ່າງ ຈີນ ກັບບັນດາຄູ່ຮ່ວມມື RCEP ບັນລຸປະມານ 180 ຕື້ USD, ເພີ່ມຂຶ້ນເກືອບ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະກອບສ່ວນ 5,6% ເຂົ້າໃນການເຕີບໂຕການຮ່ວມມືດ້ານການຄ້າກັບບັນດາປະເທດຂອງ ຈີນ. ນອກຈາກນັ້ນແລ້ວ, ການຮ່ວມມືດ້ານການຄ້າລະຫວ່າງ ຈີນ ກັບບັນດາປະເທດສະມາຊິກອື່ນຂອງ RCEP ໃນ 7 ເດືອນຕົ້ນປີ 2022 ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ໄລຍະດຽວກັນ.

        ໂດຍໄດ້ລົງນາມໃນວັນທີ 15 ພະຈິກ 2020 ແລະ ມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 01 ມັງກອນ 2022, ສັນຍາ RCEP ລວມມີ 10 ປະເທດສະມາຊິກ ອາຊຽນ ແລະ 5 ປະເທດຄູ່່ຮ່ວມມືຂອງ ອາຊຽນ ເຊິ່ງມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ.


ຕອບກັບ

ຂ່າວ/ບົດ​ອື່ນ