ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ - ລາວ​ພັດ​ທະ​ນາ​ຕ​າມ​ທິດ​ຍືນ​ຍົງ

(VOVWORLD) - ຕອນບ່າຍວັນທີ 13 ສິງຫາ, ທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ມີການໂອ້ລົມໂທລະສັບກ່ຽວກັບສະພາບການປະຈຸບັນ ແລະ ການພົວພັນ ຫວຽດນາມ - ລາວ.
ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ - ລາວ​ພັດ​ທະ​ນາ​ຕ​າມ​ທິດ​ຍືນ​ຍົງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ  (ພາບ: TTXVN)

ໃນການໂອ້ລົມ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມເສົ້າສະຫຼົດໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ກ່ຽວກັບການເຖິງແກ່ມໍລະນະກຳຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະສືບຕໍ່ຍາດໄດ້ຜົນງານໃຫມ່, ຍິ່ງໃຫຍ່ຫຼາຍຢ່າງກ່ວາອີກ; ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ບົດຮຽນ, ປະສົບການ ຂອງຫວຽດນາມໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດ Covid – 19 ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ສະກັດກັ້ນ ແລະ ຄວບຄຸມໂລກລະບາດ Covid – 19 ໄດ້ເປັນຢ່າງດີ. ປະທານປະເທດລາວປາດຖະໜາຢາກໃຫ້ສອງປະເທດເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບ ແລະ ໜູນຊ່ວຍກັນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ສ່ວນທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບໃຈລາວ ທີ່ໄດ້ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນຂອບເຂດສອງຝ່າຍກໍ່ຄື ການຮ່ວມມືໃນອາຊຽນ; ທ່ານກໍ່ຕີລາຄາສູງຕໍ່ການນຳພາຂອງພັກ, ລັດຖະບານ ຄວາມສາມັກຄີຂອງປະຊາຊົນລາວ ໃນການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດ ແລະ ຮັບປະກັນການພັດທະນາເສດຖະກິດ ສັງຄົມ; ທ່ານກໍ່ສະເໜີໃຫ້ສອງປະເທດສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ຮ່ວມແຮງຮ່ວມໃຈ ເປັນຈິດໜຶ່ງໃຈດຽວກັນ, ຄຽງບ່າຄຽງໄລ່ພ້ອມກັນຕ້ານ ແລະ ເອົາຊະນະໂລກລະບາດ Covid – 19 ໃຫ້ໄດ້ເພື່ອໃຫ້ສອງປະເທດມີສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ