ການຮ່ວມມືດ້ານເສດຖະກິດອາຊຽນ-ອາເມລິກາ

ການຮ່ວມມືດ້ານເສດຖະກິດອາຊຽນ-ອາເມລິກາ - ảnh 1

ທ່ານ​ເລຂາທິການ​ໃຫ່ຍອາ​ຊຽນເລ​ເລືອ​ງມິນ ​

(ພາບ:ອິນ​ເຕີ​ແນັດ)

(vovworld) -  ​ໃນການ​ພົບ​ປະ​ເມື່ອ​ວັນ​ທີ 5/2 ຢູ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນ ຢູ່​ນະຄອນຫຼວງ​ຈາ​ກາກ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ. ທ່ານ​ເລ​ເລືອ​ງມິນ, ​ເລຂາທິການ​ໃຫ່ຍອາ​ຊຽນ ​ແລະ ທ່ານ Alexander Feldmen ປະທານ​ສະພາ​ດຳ​ເນີນ​ທຸລະ​ກິດ​ອາ​ເມ​ລິ​ກາ-​ອາ​ຊຽນ (US-ABC) ​ໄດ້​ເນັ້ນໜັກ​ເຖິງ​ບົດບາດ​ສຳຄັນ ​ແລະ ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ບັນ​ດາ​ຕະຫຼາດ​ທົ່ວ​ໂລກ. ​ແລກ​ປ່ຽນ​ກ່ຽວ​ກັບ​ບັນດາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ​ແລະ US-ABC, ທ່ານເລຂາທິການ​ໃຫ່ຍອາ​ຊຽນ ​ເລ​ເລືອ​ງມິນ ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ພາກ​ເອກະ​ຊົນ​ໃນ​ການ​ຮັບປະກັນ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ສຳ​ເລັດ ​ແລະ ຖືກຕ້ອງ​ຕາມ​ການກຳນົດ​ເວລາຄື​ໃນ​ປີ 2015. ສ່ວນ​ທ່ານ Alexander Feldmen ​ໄດ້​ແນະນຳ​ກັບ​ທ່ານ​ເລ​ເລືອ​ງມິນ ບັນດາ​ແຜນ​ການ​ເຄື່ອນ​ໄຫວ​ຂອງ US-ABC, ​ໃນ​ນັ້ນມີລາຍການ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ບັນດາ​ວິ​ສາຫະກິດ​ຂະໜາດ​ກາງ ​ແລະ ໜ້ອຍ ຢູ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ​ເຊື່ອມ​ຈອດ​ບັນດາ​ວິ​ສາ​ຫະກິດ​ດັ່ງກ່າວ​ກັບ​ຕາໜ່າງສະໜອງ​​ໃນພາກ​ພື້ນ ​ແລະ ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ