ການຮ່ວມມືປ້ອງກັນຕ້ານການຄ້າຂາຍຢາເສບຕິດລະຫວ່າງ ຫວຽດນາມ ແລະ ລາວ

(VOVWORLD) -   ພາຍຫຼັງ 6 ເດືອນແຫ່ງການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳ, ກຳລັງຕຳຫຼວດສືບສວນອາດຊະຍາກຳກ່ຽວກັບຢາເສບຕິດ ຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາຫົວໜ່ວຍ, ທ້ອງຖິ່ນທີ່ກ່ຽວຂ້ອງພົບເຫັນ, ຕໍ່ສູ້ກັບກ່ວາ 100 ກໍລະນີຄ້າຂາຍ
ການຮ່ວມມືປ້ອງກັນຕ້ານການຄ້າຂາຍຢາເສບຕິດລະຫວ່າງ ຫວຽດນາມ ແລະ ລາວ - ảnh 1ກອງປະຊຸມລະຫວ່າງຕຳຫຼວດສອງປະເທດ ຫວຽດນາມ - ລາວ

ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ແຂວງ ເທື່ອທຽນ - ເຫ້ວ, ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ລາວ ໄດ້ສົມທົບກັນຈັດກອງປະຊຸມສອງຝ່າຍເພື່ອສະຫລຸບ 6 ເດືອນແຫ່ງການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງກະຊວງຕຳຫຼວດ 2 ປະເທດກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ.

        ຕາມນັ້ນແລ້ວ, ພາຍຫຼັງ 6 ເດືອນແຫ່ງການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳ, ກຳລັງຕຳຫຼວດສືບສວນອາດຊະຍາກຳກ່ຽວກັບຢາເສບຕິດ ຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາຫົວໜ່ວຍ, ທ້ອງຖິ່ນທີ່ກ່ຽວຂ້ອງພົບເຫັນ, ຕໍ່ສູ້ກັບກ່ວາ 100 ກໍລະນີຄ້າຂາຍ, ຂົນສົ່ງຢາເສບຕິດຜິດກົດໝາຍຈາກ ລາວ ເຂົ້າມາຈຳໜ່າຍຢູ່ ຫວຽດນາມ , ຈັບຕົວ 140 ເປົ້າໝາຍ, ຢຶດຢາເສບຕິດປະເພດຕ່າງໆດ້ວຍຈຳນວນຫຼາຍຢ່າງສຳເລັດຜົນ.

        ພົນຕີ ຫງວຽນຢູຍງອັກ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໃຫ້ຂໍ້ສັງເກດ, ໄລຍະຈະມາເຖິງ, ສະພາບອາດຊະຍາກຳກ່ຽວກັບຢາເສບຕິດໃນບັນດາເສັ້ນຊາຍແດນ ຫວຽດນາມ - ລາວ ຈະມີຄວາມສັບສົນຫຼາຍຢ່າງ:

        “ກຳລັງຕຳຫຼວດບັນດາກົມກອງທ້ອງຖິ່ນຂອງສອງປະເທດປະຕິບັດວຽກງານສົມທົບກັນໄດ້ເປັນຢ່າງດີເພື່ອກຳແໜ້ນສະພາບການກ່ຽວກັບໄພຢາເສບຕິດຂອງ 2 ປະເທດ, ພິເສດແມ່ນຢູ່ເຂດຊາຍແດນ. ສ້າງຕັ້ງລະບົບໂທລະສັບສາຍດ່ວນເພື່ອແລກປ່ຽນຂໍ້ມູນຂ່າວສານຢູ່ຕຳຫຼວດຂັ້ນຕ່າງໆຢ່າງທັນການ. ກະຊວງຕຳຫຼວດສອງປະເທດໄດ້ກຳນົດເອົາວຽກງານສົມທົບກັນປ້ອງກັນ, ຕ້ານຢາເສບຕິດໃນຈຸດສຸມເປັນການເຄື່ອນໄຫວແຫ່ງຊາດ”

ຕອບກັບ

ຂ່າວ/ບົດ​ອື່ນ