ການຮ່ວມມືພັດທະນາລະຫວ່າງສະວິດແລະຫວຽດນາມສຸມໃສ່ພັດທະນາເສດຖະກິດຢ່າງໝັ້ນຄົງ


ການຮ່ວມມືພັດທະນາລະຫວ່າງສະວິດແລະຫວຽດນາມສຸມໃສ່ພັດທະນາເສດຖະກິດຢ່າງໝັ້ນຄົງ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ ສະ​ເຫຼີ​ມສະຫຼອງ
25 ປີ ​ແຫ່ງ​ການ​ຮ່ວມ​ມື​ກັບ ຫວຽດນາມ
(ພາບ: hanoimoi.com)

(vovworld)- ຕອນ​ບ່າຍ​ວັນ​ທີ 30/9, ຢູ່ ຮ່າ​ໂນ້ຍ, ອົງການ​ຮ່ວມ​ມື ​ແລະ ພັດທະນາ​ສະ​ວິດ (SDC) ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ ສະ​ເຫຼີ​ມສະຫຼອງ 25 ປີ ​ແຫ່ງ​ການ​ຮ່ວມ​ມື​ກັບ ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ Beatrice Maser Mallor, ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ສະ​ວິດ ປະຈຳ ຫວຽດນາມ ​ເນັ້ນ​ໜັກ​ວ່າ, ນັບ​ແຕ່​ປີ 1992-2016, ອົງການ​ຮ່ວມ​ມື ​ແລະ ພັດທະນາ​ສະ​ວິດ ​ໄດ້​ສະໜອງ​ໃຫ້ ຫວຽດນາມ 216 ລ້ານ​ຝລັງ (​ເງິນ​ສະ​ວິດ) ຜ່ານ 32 ​ໂຄງການ. ​ແລະ ກໍ່ຕາມ​ທ່ານ​ນາງ​ແລ້ວ, ສະ​ວິດ​ຈະ​ສືບ​ຕໍ່​ສະໜອງ​ການ​ຊ່ວຍ​ເຫຼືອ​ພັດທະນາ​ໃຫ້ ຫວຽດນາມ, ​ແຕ່​ປ່ຽນ​ແປງ​ແບບ​ວິທີ​ຮ່ວມ​ມື​ພັດທະນາ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຈິງ ​ແລະ ຄວາມ​ຕ້ອງການ​ໃຫມ່​ຂອງ ຫວຽດນາມ. ຫວຽດນາມ ສືບ​ຕໍ່​ໄດ້​ຊົມ​ໃຊ້​ບັນດາ​ໂຄງການ​ທົ່ວ​ໂລກ ​ແລະ ພາກ​ພື້ນ​ຈາກ ອົງການ​ຮ່ວມ​ມື ​ແລະ ພັດທະນາ​ສະ​ວິດ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ການ​ທ້າ​ທາຍ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນຳ້ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ທັນ​ຍາ​ຫານ. ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ສອງ​ຝ່າຍ​ລະຫວ່າງ ສະ​ວິດ  ​ແລະ ຫວຽດນາມ ຍັງ​ຄົງສືບ​ຕໍ່ ​ແລະ ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ​ແນ​ໃສ່​ໜູນ​ຊ່ວຍ ຫວຽດນາມ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢ່າງ​ໝັ້ນຄົງ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ