ການຮ່ວມມືລົງທຶນພັດທະນາອານຸພາກພື້ນ ແມ່ນ້ຳຂອງແບບຍືນຍົງ

ການຮ່ວມມືລົງທຶນພັດທະນາອານຸພາກພື້ນ ແມ່ນ້ຳຂອງແບບຍືນຍົງ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 11/9, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ສົມທົບ​ກັບ​ສະຫະສະມາຄົມ​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ, ສະມາຄົມພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ລາວ - ກຳປູ​ເຈຍ ​ໄດ້​ຈັດ​ເວທີ​ປາ​ໄສ​ການຮ່ວມ​ມືລົງທຶນ​ພັດທະນາ​​ອານຸພາກ​ພື້ນ​ແມ່​ນ້ຳຂອງ ປີ 2012 ຢູ່​ນະຄອນ Buon Ma Thuot (Dak Lak). ​ເປົ້າ​ໝາຍ​ຂອງ​ເວທີ​ປາ​ໄສການ​ຮ່ວມ​ມືລົງທຶນ​ພັດທະນາ​​ອານຸພາກ​ພື້ນ​ແມ່​ນ້ຳຂອງ ປີ 2012 ​ແມ່ນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຍົກ​ອອກ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ລົງທຶນ, ປະຕິບັດ​ຈຸດໝາຍ​ພັດທະນາ​ເສດຖະກິດ​ພາຍ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ ​ເວົ້າ​ລວມ, ບັນດາ​ແລວ​ເສດຖະກິດ​ໃນ​ອານຸພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ​ເຂດ 3 ຫຼ່ຽມພັດທະນາ​ຫວຽດນາມ - ລາວ - ກຳປູ​ເຈຍ​ ເວົ້າ​ສະ​ເພາະ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ກໍ​ສະ​ເໜີ​ບາງ​ມາດ​ຕະການ​ເພື່ອ​ແກ້​ໄຂ​ສິ່ງ​ກີດຂວາງ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ໃນ​ພາກ​ພື້ນ​ຄື​ບັນດາ​ປະ​ເທດ​ຕ້ອງ​ມີ​ນະ​ໂຍບາຍ​ສົ່ງ​ເສີມ, ​ໃຫ້​ບຸລິມະສິດ​​ແກ່​ການ​ລົງທຶນ​ທີ່​ມີ​ຕໍ່​ບັນດາ​​ເຂດ​ເສດຖະກິດ - ສັງຄົມ ທີ່​ປະສົບ​ກັບ​ຄວາມຫຍຸ້ງຍາກ ​ແລະ ​ເຂດ​ເສດຖະກິດ​ປະສົບ​ກັນ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ໃນ​ນັ້ນ​ບັນດາ​ແຂວງ​ຂຶ້ນ​ກັບ​ເຂດ 3 ຫຼ່ຽມພັດທະນາ​ໄດ້​ນຳ​ໃຊ້ນະ​ໂຍບາຍ​ສົ່ງ​ເສີມ ​ແລະ ​ໃຫ້​ບຸລິມະສິດ​ແກ່​ການ​ລົງທຶນດ້ວຍ​ລະດັບ​ສຸງສຸດ.

ຂ່າວ/ບົດ​ອື່ນ