ການຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ ເພື່ອຮັບມືກັບການ ປ່ຽນແປງຂອງດິນຟ້າ ອາກາດ

ການຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ ເພື່ອຮັບມືກັບການ ປ່ຽນແປງຂອງດິນຟ້າ ອາກາດ - ảnh 1
ການ​ຮ່ວມ​ມື​ລະຫວ່າງຫວຽດນາມ - ຝລັ່ງ ​
ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ
(ພາບ: chinhphu.vn)

(vovworld) - ວັນ​ທີ 03/12, ຢູ່​ຮ່າ​ໂນ້ຍ, ​ໃນ​ຂອບ​ເຂດ​ປີ​ຫວຽດນາມ - ຝລັ່ງ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ, ອົງການພັດທະນາ​ຝລັ່ງ, ອົງການ​ຮ່ວມ​ມື​ດ້ານ​ເຕັກນິກ​ສາກົນ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ “ຄຸ້ມ​ຄອງ, ຕິດຕາມ ​ແລະ ຕີ​ລາຄາ​ຄວາມ​ມານະ​ພະຍາຍາມ​ງົບປະມານ​ແຫ່ງ​ລັດ ​ໃຫ້​ແກ່​ການ​ຮັບມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ: ​ແບ່ງປັນ​ບົດ​ຮຽນ​ລະຫວ່າງ​ຝລັ່ງ - ຫວຽດນາມ”.

        ທີ່​ກອງປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ຊ່ຽວຊານ​ຝລັ່ງ ​ໄດ້​ແນະນຳ​ບົດຮຽນ​ຂອງຝລັ່ງ​ໃນ​ຂົງ​ເຂດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢູ່​ຝລັ່ງຄື: ຈຸດໝາຍ, ​ເຫດຜົນ​ ​ແລະ ​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ; ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ເລື່ອງ​ຕິດຕາມ​ງົບປະມານ... ພາຍຫຼັງ​ການ​ເຈລະຈາ, ບັນດາ​ຜູ້​ຊ່ຽວຊານ​ຝລັ່ງ ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ເພື່ອ​ແລກປ່ຽນຢ່າງ​​ເລິກ​ເຊິ່ງກວ່າ ​ແລະ ກຳນົດ​ບັນດາ​ທິດທາງ​ຮ່ວມມື​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ