ການຮ່ວມມືລະຫວ່າງ2ນະຄອນຫລວງຮ່າໂນ້ຍ-ວຽງຈັນຢ່າງມີປະສິດທິຜົນ

ການຮ່ວມມືລະຫວ່າງ2ນະຄອນຫລວງຮ່າໂນ້ຍ-ວຽງຈັນຢ່າງມີປະສິດທິຜົນ - ảnh 1
(ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫລວງ ຮ່າ​ໂນ້ຍ ແລະ
ຄະນະຜູ້ແທນຂັ້ນສູງນະຄອນຫລວງ ວຽງຈັນ)

(vovworld) – ຕອນ​ເຊົ້າ​ວັນ​ທີ 9/9, ທີ່​ຫ້ອງ​ວ່າການ​ລັດຖະບານ ລາວ ຢູ່​ນະຄອນຫລວງ ວຽງ​ຈັນ, ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ, ປະທານ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ ລາວ - ຫວຽດນາມ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫລວງ ຮ່າ​ໂນ້ຍ ​ໂດຍ​ທ່ານ​ນາງ ​ໂງ​ທິ​ແທງ​ຮັ່ງ, ຮອງ​ເລຂາ​ປະຈຳ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ນຳ​ໜ້າ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຢືນຢັນ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ວຽງ​ຈັນ ມີ​ຫລາຍ​ບາດກ້າວ​ໃໝ່​ອັນ​ດີງາມ, ມີ​ປະສິດທິ​ຜົນ​ ​ແລະ ເຂົ້າ​ສູ່​ລວງ​ເລິກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ເພີ່ີມທະວີ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່ມີ​ຢູ່​ແລ້ວ​ກາຍ​ເປັນ​ການ​ພົວພັນ​ເປັນ​ແບບຢ່າງ​ລະຫວ່າງນະຄອນຫລວງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ; ຮ່າ​ໂນ້ຍ ຈະ​ແບ່ງ​ປັນ​ກັບ ວຽງ​ຈັນ ບົດຮຽນ​ກ່ຽວ​ກັບ​ການຮັກສາ​ ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ບັນ​ຫາ​ແຜນຜັງ​ນະຄອນຫລວງ, ​ໃນ​ສະພາ​ວະ​ປີ 2016 ລາວ ຈະ​​ເປັນ​ປະທານ ອາ​ຊຽນ.

        ​ແລະ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ເລຂາ​ປະຈຳ​ຄະນະ​ພັກ​ນະຄອນ ຮ້າ​ໂນ້ຍ ​ໂງ​ທິ​ແທງ​ຮັ່ງ ​ເຂົ້າ​ຢ້ຽມ​ຂຳ່​ນັບ ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ເລຂາ, ​ເຈົ້າ​ຄອງ​ນະຄອນຫລວງ ວຽງ​ຈັນ ​ແລະ ດຳ​ເນີນ​ການ​ໂອ້​ລົມສົນທະນາກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ຫວງ ວຽງ​ຈັນ ​ໂດຍ​ທ່ານ ອານຸພາບ ຕຸນາລົມ ຮອງ​ເລຂາ​ຄະນະ​ພັກ​ນະຄອນ,  ຮອງເຈົ້າຄອງນະຄອນຫຼວງວຽງຈັນ ນຳ​ໜ້າ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​​ເພີ່ມທະວີ​ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ, ເຕັກນິກ. ​ໂດຍ​ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງ​ການພັດທະນາ, ຈຸດ​ພິ​ເສດ ​ແລະ ທ່າ​ແຮງ​ຂອງ 2 ຝ່າຍ, ກຳນົດຂົງ​ເຂດ​ສຸມ​ໃສ່​ບຸລິມະສິດ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ເຖິງ.

        ຕອນ​ບ່າຍ​ວັນ​ທີ 9/9, ຄະນະ​ຜູ້​ແທນ​ຂັ້ນ​ສູງນະຄອນ​ຫລວງ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ໂຄງການ​ຫໍ​ພັກ​ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ນະຄອນຫລວງ ວຽງ​ຈັນ ​ແລະ ຕອນ​ຄ່ຳ​ວັນ​ດຽວ​ກັນ, ດຳ​ເນີນ​ພິທີ​ເຊັນບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ  ນະຄອນ ຮ່າ​ໂນ້ຍ - ວຽງ​ຈັນ.

       

 

 


ຂ່າວ/ບົດ​ອື່ນ