ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມແລະກຳປູເຈຍເຂົ້າສູ່ລວງເລິກ

ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມແລະກຳປູເຈຍເຂົ້າສູ່ລວງເລິກ - ảnh 1
ທ່ານພົນ​ເອກ  ຟຸ່ງກວາງ​ແທງ  ແລະ ທ່ານ ພົນ​ເອກ Tia Banh
ພາບ:baotintuc.vn

(vovworld)-  ຕອນ​ເຊົ້າ​ວັນ​ທີ 16/1, ທີ່​ການ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ລະຫວ່າງ​ ທ່ານພົນ​ເອກ  ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດນາມ ​ແລະ ທ່ານ ພົນ​ເອກ Tia Banh, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ພວມ​ຢູ່​ຢ້ຽມຢາມ ຫວຽດນາມ, ສອງ​ຝ່າຍ​ເປັນ​ເອກະ​ພາບວ່າ: ປີ 2014 ນຳ​ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ແລກປ່ຽນ​ຄະນະ​ຜູ້​ແທນ, ບຳລຸ​ງສ້າງ ​ແລະ ຮ່ວມ​ມື​ລະຫວ່າງ​ບັນດາ​ເຫລົ່າ​ຮົບ, ​ເຫລົ່າ​ທັບ, ຊອກ​ຫາ​ອັດຖິ​ທະຫານ​ອາສາ​ສະໝັກ​ຫວຽດນາມ​ທີ່​ເສຍສະຫລະ​ຊີວິດ​ຢູ່ກຳ​ປູ​ເຈຍ. ສອງ​ຝ່າຍ​ຢືນຢັນ: ໝາກຜົນ​ການ​ຮ່ວມ​ມື​ຈະ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ກິດຈະການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ປະ​ເທດ, ປະກອບ​ສ່ວນ​ຮັກສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ທຳລາຍ​ທຸກ​ກົນອຸ​ບາຍ​ຫວັງ​​ແບ່ງ​ແຍກ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ