ການຮ່ວມມືລະຫວ່າງກຳລັງຕຳຫຼວດ,ກະຊວງພາຍໃນ,ປ້ອງກັນຄວາມສະຫງົບຫວຽດນາມ,ກຳປູເຈຍແລະລາວ

ການຮ່ວມມືລະຫວ່າງກຳລັງຕຳຫຼວດ,ກະຊວງພາຍໃນ,ປ້ອງກັນຄວາມສະຫງົບຫວຽດນາມ,ກຳປູເຈຍແລະລາວ - ảnh 1
ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍກວາງ ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ​ລາຊະ​ອາ​ນາ​ຈັກ ກຳປູ​ເຈຍ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ

(vovworld) – ຕອນ​ບ່າຍ​ວັນ​ມີ 28/7, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວ​​ດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ​ລາຊະ​ອາ​ນາ​ຈັກ ກຳປູ​ເຈຍ ​ໂດຍ​ທ່ານ Sar Kheng, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ລາຊະ​ອານາ​ຈັກ ກຳປູ​ເຈຍ ​ເປັນ​ຫົວໜ້າ​ຄະນະ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ ​ໂດຍ​ທ່ານ​ພົນ​ຈັດຕະວາ ສົມ​ແກ້ວ ສີ​ລາ​ວົງ, ຜູ້​ຮັກສາ​ການ​ລັດຖະມົນ​ຕີ​ເປັນ​ຫົວໜ້າຄະນະ, ​ມາເຂົ້າ​ຮ່ວມກອງ​ປະຊຸມ​ລັດຖະມົນຕີ​ກຳປູ​ເຈຍ - ລາວ - ຫວຽດນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຄັ້ງ​ທີ 3 ຖືກ​ຈັດ​ຕັ້ງ​ຢູ່​ແຂ​ວງ ​ເລີມ​ດົ່ງ.

    ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ພົນ​ເອກ ​ເຈີ່ນ​ດ້າຍກວາງ ​ເນັ້ນ​ໜັກ​ວ່າ: ຫວຽ​ດນາມ, ກຳປູ​ເຈຍ ​ແລະ ລາວ ​ແມ່ນ 3 ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ​ມີ​ສາຍ​ພົວພັນ​ອັນ​ດີງາມ, ມີ​ຄວາມ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ. ພາຍຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ທີ 1 ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ ​ແລະ ຍາວ​ນານ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງກຳລັງ​ຕຳຫຼວດ, ກະຊວງ​ພາຍ​ໃນ, ກະຊວງ​ປ້ອງ​ກັນຄວາມ​ສະຫງົບ 3 ປະ​ເທດ​ເວົ້າ​ສະ​ເພາະ​​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ປັບປຸງ. ທ່ານ​ລັດຖະມົນຕີ ​ເຈີ່ນ​ດ້າຍ​ກວາງ ​ເຊື່ອ​ໝັ້ນ​ວ່າ: ກອງ​ປະຊຸມ​ລັດຖະມົນຕີ ກຳປູ​ເຈຍ - ລາວ - ຫວຽດນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາກຳຄັ້ງ​ທີ 2 ຈະ​ບັນລຸ​​ໝາກຜົນ​ອັນ​ດີ​ງາມຫຼາຍ​ຢ່າງ, ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 3 ​ໃຫ້ກະຊວງ​ນັບ​ມື້​ນັບ​ພັດທະນາ, ຮັບປະກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ດ້ານ​ສັງຄົມ, ຮັບ​ໃຊ້​​ພາລະກິດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ​ຢ່າງ​ໝັ້ນຄົງ​.



ຂ່າວ/ບົດ​ອື່ນ