ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ທະນາຄານ ໂລກ

ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ທະນາຄານ ໂລກ - ảnh 1
ທ່ານ Axel van Trotsenburg,  ຮອງປະທານທະນາຄານ​ໂລກ (WB)
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 9/5, ທ່ານ ຫງວຽນ​ຮິ​ວຕີ໋ນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິ​ນ ​ໄດ້​ມີ​ການ​ຕ້ອນຮັບ​ທ່ານ Axel van Trotsenburg,  ຮອງປະທານທະນາຄານ​ໂລກ (WB) ຮັບຜິດຊອບ​ພາກ​ພື້ນ ອາຊີ - ​ປາຊີ​ຟີ​ກ ທີ່ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ​ຂອງ WB ​ໃຫ້​ແກ່ນະຄອນ ​ໂຮ່ຈີ​ມິ​ນ​ໃນ​ໄລຍະ​ຜ່ານ​ມາ, ທ່ານ ຫງວຽນ​ຮິ​ວຕີ໋ນ ຫວັງ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະສືບ​ຕໍ່​ຜັນຂະຫຍາຍ​ບັນດາ​ໂຄງການ​ອື່ນໆ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານຮອງປະທານທະນາຄານ​ໂລກ Axel van Trotsenburg ກໍ່​ແລກປ່ຽນ​ກ່ຽວ​ກັບ​ບາງ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ສາ​ມາດ​ຮ່ວມ​ມື​ໃນ​ໄລຍະ​ໃກ້​ໆ​ນີ້ ຄື: ຊ​ອກຫາ, ​ເພີ່ມ​ເຕີມ​ແຫຼ່ງທຶນ​ໜູນ​ຊ່ວຍ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ໜູນ​ຊ່ວຍ​ນະຄອນ ​ໂຮ່ຈີ​ມິນ ສ້າງ​ນະ​ໂຍບາຍ ​ແລະ ລະບຽບ​ກົດໝາຍ​ໃນການ​ຄຸ້ມ​ຄອງ​ຕົວ​ເມືອງ, ວາງ​ແຜນຕົວ​ເມືອງ, ນຳ​ໃຊ້ທີ່​ດິນ, ນະ​ໂຍບາຍ​ປະຕິບັດ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ນະຄອນ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ