ການຮ່ວມມືລະຫວ່າງລະບົບ ສານຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນ, ແທດຈິງ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ. ລາວ, ຕອນເຊົ້າວັນທີ 27 ສິງຫາ ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມ ໂດຍທ່ານ ຫງວຽນຮວ່າບິງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ເປັນຫົວໜ້າຄະນະ, ມີການເຈລະຈາກັບ ຄະນະຜູ້ແທນ ສານປະຊາຊົນສູງສຸດ ລາວ ໂດຍທ່ານປະທານສານປະຊາຊົນສູງສຸດລາວ ຄໍາພັນ ສິດທິດໍາພາ, ເປັນຫົວໜ້າຄະນະ. 

ການຮ່ວມມືລະຫວ່າງລະບົບ ສານຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນ, ແທດຈິງ - ảnh 1 ການເຈລະຈາລະຫວ່າງ ສານປະຊາຊົນສູງສຸດຫວຽມນາມ ແລະ ສານປະຊາຊົນສູງສຸດລາວ

(ພາບ:Pham Kien/ Vietnam+)

ນະທີ່ນີ້, ສອງຝ່າຍສືບຕໍ່ຍູ້ແຮງການປະຕິບັດ ສັນຍາລະຫວ່າງສອງລັດຖະບານລາວ - ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການອາດຊະຍາກໍາ ແລະ ສະພາບການຕົວຈິງໃນການພິພາກສາບັນດາອາດຊະຍາກໍາຂ້າມຊາດ, ອາດຊະຍາກໍາ ທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ອາໄສຢູ່ລາວ ແລະ ຊາວລາວ ອາໄສຢູ່ຫວຽດນາມ ຢ່າງມີປະສິດທິຜົນ.

        ກ່າວຄໍາເຫັນທີ່ການເຈລະຈາ, ທ່ານ ຫງວຽນຮວ່າບິງ ໃຫ້ຮູ້ວ່າ ຝ່າຍຫວຽດນາມ ບໍ່ພຽງແຕ່ ກຽມພ້ອມທີ່ຈະໜູນຊ່ວຍການບໍາລຸງສ້າງດ້ານວິຊາການໃຫ້ແກ່ບັນດາຜູ້ພິພາກສາທາງຝ່າຍລາວໃນໄລຍະສັ້ນເທົ່ານັ້ນ, ຫາກຍັງພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານທີ່ມີປະສົບການໄປຍັງປະເທດລາວ ເພື່ອແບ່ງປັນຄວາມຮູ້ ຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍລາວ ອີກດ້ວຍ.

        ເນື່ອງໃນໂອກາດນີ້, ທ່ານ ຫງວຽນຮວ່າບິງ ກໍໄດ້ມອບເງິນກຸສົນຈາກລັດຖະກອນ, ພະນັກງານ ສານປະຊາຊົນສູງສຸດຫວຽດນາມ ເຊິ່ງລວມມີມູນຄ່່າ 500 ລ້ານດົ່ງ ເພື່ອໜູນຊ່ວຍໃຫ້ແກ່ປະຊາຊົນ ລາວ ທີ່ຖືກຜົນສະທ້ອນຈາກໄພພິບັດ ເຂື່ອນກັ້ນນໍ້າເຊປ່ຽນ - ເຊນໍ້ານ້ອຍແຕກ ແກ້ໄຂສະພາບການຫຍຸ້ງຍາກດັ່ງກ່າວ ແລະ ກັບຄືນສູ່ການດໍາລົງຊີວິດເປັນປົກກະຕິ ໂດຍໄວ. 

ຕອບກັບ

ຂ່າວ/ບົດ​ອື່ນ