ການຮ່ວມມືສາກົນເພື່ອແກ້ໄຂບັນຫາຂີ້ເຫຍື່ອ, ປຣາດສະຕິກເສດເຫຼືອຢູ່ທະເລຕາເວັນອອກ

(VOVWORLD) -ການສົນທະນາກ່ຽວກັບທະເລ ຄັ້ງທີ 4 ດ້ວຍຫົວຂໍ້ “ການຮ່ວມມືສາກົນເພື່ອແກ້ໄຂບັນຫາຂີ້ເຫຍື່ອ, ປຣາດສະຕິກເສດເຫຼືອຢູ່ທະເລຕາເວັນອອກ” ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 16 ມັງກອນ ຢູ່ຮ່າໂນ້ຍ ໂດຍສະຖາບັນການຕ່າງປະເທດ ສັງກັດກະຊວງການຕ່າງປະເທດຫວຽດນາມ ສົມທົບກັບສະຖານທູດອົດສະຕາລີ ປະຈຳຫວຽດນາມ ແລະ ກອງທຶນ KAS ປະຈຳຫວຽດນາມ ຈັດຕັ້ງຂຶ້ນ
ການຮ່ວມມືສາກົນເພື່ອແກ້ໄຂບັນຫາຂີ້ເຫຍື່ອ, ປຣາດສະຕິກເສດເຫຼືອຢູ່ທະເລຕາເວັນອອກ - ảnh 1ພາບປະກອບ 

ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຢືນຢັນວ່າ ຂີ້ເຫຍື່ອ, ປຣາດສະຕິກເສດເຫຼືອຢູ່ທະເລ ແມ່ນບັນຫາທົ່ວໂລກ ແລະ ບໍ່ມີປະເທດໃດສາມາດແກ້ໄຂບັນຫານີ້ໂດຍຕົນເອງ, ຫາກຍັງຕ້ອງການມີການສົມທົບປະຕິບັດບັນດາມາດຕະການແກ້ໄຂຮ່ວມກັນ. ທ່ານ ປອ ຫງວຽນເລຕ໊ວນ ຫົວໜ້າສະຖາບັນຄົ້ນຄວ້າທະເລ ແລະ ໝູ່ເກາະ ໃຫ້ຮູ້ວ່າ ເພື່ອແກ້ໄຂບັນຫາດັ່ງກ່າວ, ບັນດາປະເທດໃນພາກພື້ນ ຄວນມີແຜນການກະທຳ ພ້ອມກັບແຫຼ່ງກຳລັງຊ່ວຍໜູນທີ່ແທດເໝາະ ເພື່ອແກ້ໄຂບັນຫາຂີ້ເຫຍື່ອ, ປຣາດສະຕິກເສດເຫຼືອຢູ່ທະເລ ສຳລັບແຕ່ລະປະເທດ. ພ້ອມກັນນັ້ນ ກໍ່ຄວນຊຸກຍູ້ການຜະລິດທາດເສດເຫຼືອຄືນໃໝ່ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ