ການຮ່ວມມືອາຊີ-ເອີລົບໃນການຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ

ການຮ່ວມມືອາຊີ-ເອີລົບໃນການຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ - ảnh 1
(ພາບປະກອບ)

​(vovworld) - ​ແຕ່​ວັນ​ທີ 04 – 06/06, ຢູ່ ​ເບັ໋ນ​ແຈ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສົມທົບ​ກັບ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ບັນດາສະມາຊິກ​ເວທີ​ປ​າ​ໄສ​ອາຊີ - ​ເອີ​ລົບ (ASEM) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ASEM ກ່ຽວ​ກັບ​ການ​ເພີ​່ມທະວີ​ການ​ສົມ​ທົບ​ກັນ​ເຄື່ອນ​ໄຫວ​ໃນ​ການ​ຄຸ້ມ​ຄອງ​ນ້ຳ ​ເພື່ອ​ແນ​ໃສ່​ກຳນົດ​ຮູບ​ແບບ​ໂຄງການ​ດຳ​ເນີນ​ງານ​ພາຍຫຼັງ​ປີ 2016. ນີ້​ແມ່ນຂໍ້​ລິ​ເລີ່ມ​ຂອງ​ສະຫະພາບ​ເອີ​ລ​ົບ ​ແລະ 7 ປະ​ເທດ​ສະມາຊິກ Danube – Mekong, ​ເຊິ່ງລວມມີ: ຮຸງ​ກາຣີ, ຣຸມາ​ນີ, ບຸນ​ກາຣີ, ລາວ, ​​ໄທ, ສ​ະໂລ​ວາ​ກີ, ຫວຽດນາມ ​ແລະ ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ໃນ​ຂອບ​ເຂດ​ກົນ​ໄກ​​ເຈລະຈາ ASEM ກ່ຽວ​ກັບ​ການ​ພັດທະນາ​​ແບບ​ຍືນ​ຍົງ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຜູ້​ແທນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ປະມານ 180 ຄົນ, ທີ່​ມາ​ຈາກ 53 ປະ​ເທດ​ສະມາຊິກ ASEM ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​​ໃນພາກ​ພື້ນ ​ແລະ ສາກົນ. ​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະນາ ASEM ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ ASEM, ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ເອົາ​ໃຈ​ໃສ່​ລວມຂອງ ASEM ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​​ແຫຼ່ງນ້ຳ ​ແລະ ຍົກ​ສູງ​ບົດບາດ​​ລິ​ເລີ່​ມຮ່ວມ​, ຊຸກຍູ້​ກົນ​ໄກ​ການ​ຮ່ວມ​ມື Mekong – Danube ​ໃນ​ຂອບ​ເຂດ “ການ​ເຈລະຈາ ASEM ກ່ຽວ​ກັບ​ການພັດທະນາ​ແບບ​ຍືນ​ຍົງ”…

ຂ່າວ/ບົດ​ອື່ນ