ການຮ່ວມມືຮອບດ້ານໃນຂົງເຂດໄອຍະການ ລະຫວ່າງຫວຽດນາມ - ອູເຢີເບກິດສຖານ

ການຮ່ວມມືຮອບດ້ານໃນຂົງເຂດໄອຍະການ ລະຫວ່າງຫວຽດນາມ - ອູເຢີເບກິດສຖານ - ảnh 1
ພິທີລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື
ລະຫວ່າງ 2 ອົງການ​ໄອ​ຍະ​ການ
(ພາບ: TTXVN)


(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ຫງວຽນ​ຮ່ວາ​ບິ່ງ, ວັນ​ທີ 12 ສິງຫາ, ຄະນະ​ຜູ້​ແທນ​ອົງການ​ໄອ​ຍະ​ການ​ປະ​ເທດ ສ. ອູ​​ເຢີເບ​ກິດສຖານ ​ໂດຍ​ທ່ານ Khalimov Khakimbai Ashirovick ​ເປັນ​ຮອງຫົວໜ້າ​ຄະນະ, ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ຫົວໜ້າ​ອົ​ງການ​ໄອ​ຍະ​ການ​ປະຊາຊົນ​ສູນ​ສຸດຫວຽດນາມ ​ເຈີ​ນກົງ​ຟ່ານ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ຫົວໜ້າອົງການ​ໄອ​ຍະ​ການ ອູ​​ເຢີເບ​ກິດສຖານ Khalimov Khakimbai Ashirovick ກ່ຽວ​ກັບ​ບັນດາ​ທິດ​ທາງ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການພັດທະນາປະກອບສ່ວນ​ອັນ​ແທດ​ຈິງ​ເຂົ້າ​ໃນ​ການ​ຍົກ​ສູງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ອູ​​ເຢີເບ​ກິດສຖານ. ການ​ນຳ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ແລະ ອົງການ​ໄອ​ຍະ​ການ ອູ​​ເຢີເບ​ກິດສຖານ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມື, ​ເຊິ່ງຕາມ​ນັ້ນ​ແລ້ວ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ບົນ​ພື້ນຖານ​ເຄົາ​ລົບ​ເຊິ່ງກັນ ​ແລະ ກັນ, ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສອດຄ່ອງ​ກັບ​ບັນດາ​ລະບຽບ​ກົດໝາຍ​ຂອງ​​ແຕ່ລະ​ປະ​ເທດ​ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ. 2 ຝ່າຍ​ຕັ້ງໜ້າ​ແລກປ່ຽນ​ຄະນະ​ຜູ້​ແທນ; ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ ​ແລະ ປຶກສາ​ຫາລື​​ໃນ​ບັນຫາ​ວິຊາ​ຊີບໄອ​ຍະ​ການ.​..

ຂ່າວ/ບົດ​ອື່ນ