ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແມ່ນກຳລັງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ

(VOVWORLD) - ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ ຮັບຮູ້ລະບຽບການຂໍ້ກຳນົດເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ, ສືບຕໍ່ຊຸກຍູ້ການພົວພັນເສດຖະກິດ - ການຄ້າ 2 ຝ່າຍ
ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແມ່ນກຳລັງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານນາງລັດຖະມົນຕີການຄ້າ ອາເມລິກາ Gina Raimondo
(ພາບ: TTXVN)

          ຫວຽດນາມ ໄດ້ກຳນົດການຮ່ວມມືດ້ານເສດທະກິດ, ການຄ້າ, ການລົງທຶນ ເປັນພື້ນຖານ, ແມ່ນກຳລັງໜູນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ທີ່ການຕ້ອນຮັບທ່ານນາງລັດຖະມົນຕີການຄ້າ ອາເມລິກາ Gina Raimondo, ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງ ວໍຊິງເຕັນ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ຢູ່ ອາເມລິກາ.

          ເພື່ອຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ບັນລຸປະສິດທິຜົນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ ຮັບຮູ້ລະບຽບການຂໍ້ກຳນົດເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ, ສືບຕໍ່ຊຸກຍູ້ການພົວພັນເສດຖະກິດ - ການຄ້າ 2 ຝ່າຍ, ໂດຍສະເພາະແມ່ນສົ່ງເສີມໃຫ້ບັນດາວິສາຫະກິດເຕັກໂນໂລຊີສູງຂອງ ອາເມລິກາ ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອາເມລິກາ ເປີດປະຕູຕະຫຼາດຫຼາຍກວ່າໃຫ້ແກ່ສິນຄ້າ ຫວຽດນາມ; ພ້ອມທັງ, ພິຈາລະນາຜົນປະໂຫຍດຂອງວິສາຫະກິດ ຫວຽດນາມ ຢ່າງສົມເຫດສົມຜົນ, ບໍ່ຈັດວາງມາດຕະການປົກປ້ອງດ້ານການຄ້າສຳລັບສິນຄ້າຂອງ ຫວຽດນາມ ບົນພື້ນຖານຮັບປະກັນຄວາມກດຸ່ນດ່ຽງ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

          ສ່ວນທ່ານນາງລັດຖະມົນຕີກະຊວງການຄ້າ Gina Raimondo ໃຫ້ຮູ້ວ່າ, ຈະຊຸກຍູ້ເພື່ອໃຫ້ ອາເມລິກາ ຮັບຮູ້ຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດຂອງຫວຽດນາມ ໂດຍໄວ, ສົມທົບກັນເພື່ອຜັນຂະຫຍາຍບັນດາເນື້ອໃນທີ່ເປັນເອກະພາບນຳກັນແລ້ວ ໃນຖະແຫຼງການຮ່ວມຂອງ 2 ປະເທດ, ໂດຍສະເພາະແມ່ນໃນບັນດາຂົງເຂດໃຫ້ບຸລິມະສິດ, ຄື: ເສດຖະກິດ, ການຄ້າ ແລະ ການລົງທຶນ…

ຕອບກັບ

ຂ່າວ/ບົດ​ອື່ນ