ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນແມ່ນຈຸດສຸມ, ພື້ນຖານ ແລະ ກຳລັງໜູນໃຫ້ແກ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ

(VOVWORLD) - ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ກວມບຸລິມະ ສິດຢ່າງສູງ ແລະ ເປັນຈຸດສຸມ, ພື້ນຖານ, ພ້ອມທັງເປັນກຳລັງໜູນໃຫ້ແກ່ການຮ່ວມມືລວມ ໃນການພົວພັນສອງປະເທດ.
ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນແມ່ນຈຸດສຸມ, ພື້ນຖານ ແລະ ກຳລັງໜູນໃຫ້ແກ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ - ảnh 1ທ່ານຮອງລັດຖະມົນຕີ ຮ່າກິມງອັກ

ວັນທີ 10 ແລະ 11 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຕາມຄຳເຊີນຂອງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.

  ເມື່ອຕອບສຳພາດຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ຮ່າກິມງອັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດທີ່ ປະທານາທິບໍດີ ອາເມລິກາ ຄົນໜຶ່ງມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຕາມຄຳເຊີນຂອງ ທ່ານເລຂາທິການໃຫຍ່ ຫວຽດນາມ, ກໍ່ແມ່ນຄັ້ງທຳອິດປະທານາທິບໍດີ ແລະ ຮອງປະທານາທິບໍດີ ອາເມລິກາ ໄດ້ຢ້ຽມຢາມ ຫວຽດນາມ ໃນອາຍຸການໜຶ່ງ. ການຢ້ຽມຢາມ ໄດ້ດຳເນີນໄປກົງກັບໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສອງປະເທດສ້າງຕັ້ງ ການພົວພັນຄູ່ຮ່ວມມືຮອບດ້ານ (2013 – 2023). ນີ້ແມ່ນການສືບທອດມູນເຊື້ອເກືອບ 30 ປີແຫ່ງການພົວພັນ ຫວຽດນາມ - ອາເມລິກາ (1995 – 2023), ໃນນັ້ນມີປະທານາທິບໍດີ ອາເມລິກາ ທີ່ພວມດຳລົງຕຳແໜ່ງໃນສະໄໝຕ່າງໆ ລ້ວນແຕ່ມາຢ້ຽມຢາມ ຫວຽດນາມ. ທ່ານຮອງລັດຖະມົນຕີ ຮ່າກິມງອັກ, ເນັ້ນໜັກວ່າ:

“ການຢ້ຽມຢາມໄດ້ສະແດງໃຫ້ເຫັນວ່າທັງສອງຝ່າຍລ້ວນແຕ່ຖືກັນເປັນສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນ ແລະ ໃນນະໂຍບາຍສຳລັບພາກພື້ນ ອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍ. ສຳລັບ ອາເມລິກາ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ຖືເປັນສຳຄັນ ລະບອບການເມືອງຂອງ ຫວຽດນາມ, ຖືບົດບາດຂອງພັກກອມມູນິດ ຫວຽດນາມ, ຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ບັນດາການນຳ ຫວຽດນາມ ເປັນສຳຄັນ. ນີ້ກໍ່ແມ່ນເສົາຄຳ້ສຳຄັນໃນວິວັດການມານະພະຍາຍາມລວມຂອງສອງປະເທດ ເພື່ອຫັນຄວາມປາດຖະໜາຂອງປະທານ ໂຮ່ຈີມິນ ທີ່ລະບຸໃນຈົດໝາຍເມື່ອເດືອນ ກຸມພາ 1946 ຝາກເຖິງທ່ານປະທານາທິບໍດີ ອາເມລິກາ Harry Truman, ນັ້ນແມ່ນ: ຫວຽດນາມ ມີການພົວພັນຮ່ວມມືຢ່າງເຕັມສ່ວນກັບ ອາເມລິກາ ໃຫ້ປະກົດຜົນເປັນຈິງ”.

        ກ່ຽວກັບບັນດາຂົງເຂດຮ່ວມມືຮັບບຸລິມະສິດໃນການພົວພັນ ຫວຽດນາມ - ອາເມລິກາ ໄລຍະຈະມາເຖິງ, ທ່ານ ຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ ໃຫ້ຮູ້ວ່າ: ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ກວມບຸລິມະ ສິດຢ່າງສູງ ແລະ ເປັນຈຸດສຸມ, ພື້ນຖານ, ພ້ອມທັງເປັນກຳລັງໜູນໃຫ້ແກ່ການຮ່ວມມືລວມ ໃນການພົວພັນສອງປະເທດ.

        ໃນຂະນະນັ້ນ, ເມື່ອຕອບສຳພາດຂອງສື່ມວນຊົນ, ທ່ານ ຫງວຽນກວັກຢຸ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ເນັ້ນໜັກວ່າ: ການຢ້ຽມຢາມຂອງ ທ່ານປະທານາທິບໍດີ Biden ຈະສ້າງກຳລັງໜູນໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ ພັດທະນາຂຶ້ນສູ່ລະດັບສູງໃໝ່ຕື່ມອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ