ການຮ່ວມມືເສດຖະກິດຫວຽດນາມ - ເມັກຊີໂກ

ການຮ່ວມມືເສດຖະກິດຫວຽດນາມ - ເມັກຊີໂກ - ảnh 1
(​ການ​ພົບ​ປະ​ລະ​ຫວ່າງວິ​ສາ​ຫ​ະ​ກິດ​ຫວຽດ​ນາມ - ເມັກ​ຊີ​ໂກ)

(vovworld) - ວັນ​ທີ 10/10, ຢູ່​ຮ່າ​ໂນ້ຍ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ໄດ້​ຈັດ​ການ​ພົບ​ປະ​ລະ​ຫວ່າງວິ​ສາ​ຫ​ະ​ກິດ​ຫວຽດ​ນາມ - ເມັກ​ຊີ​ໂກ ດ້ວຍ​ຫົວ​ຂໍ້​ວ່າ: ກາ​ລະ​ໂອ​ກາດ​ລົງ​ທຶນ ແລະ ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ເມັກ​ຊີ​ໂກ. ຕາມ​ທ່ານ ຫງວຽນ​ຫຶວ​ກຽນ, ​ຫົວ​ໜ້າພະ​ແນກ​ພົວ​ພັນ​ກັບ​ສາ​ກົນ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ແລ້ວ, 2 ພື້ນ​ຖານ​ເສດ​ຖະ​ກິດ​ລ້ວນ​ແຕ່​ມີ​ຈຸດ​ຄ້າຍ​ຄື​ກັນ ແລະ ເພີ່ມ​ເຕີ່ມ​ໃຫ້​ກັນ, ເພາະ​ສະ​ນັ້ນ, 2 ປະ​ເທດ​ສາ​ມາດ​ນຳ​ໃຊ້​ທ່າ​ແຮງ​ເພື່ອ​ສົມ​ທົບ​ກັນ​ພ້ອ​ມ​ກັນ​ພັດ​ທະ​ນາ.

        “ວິ​ສາ​ຫະ​ກິດ​ຫວຽດ​ນາມ ເອ​ົ​າ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຕະ​ຫຼຼາດ​ເມັກ​ຊີ​ໂກ. ​ໃນ​ວິ​ວັດ​ການ​ເຮັດ​ວຽກ​ເຊິ່ງ​ກັນ ແລະ ກັນ, ບັນ​ດາ​ວິ​ສາ​ຫະ​ກິດ​ອາດ​ຈະ​ມີ​ຄວາມເຊື່ອ​ໝັ້ນ​ວ່າ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ແລະ ສະ​ຖານ​ທູດ​ເມັກ​ຊີ​ໂກ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ການ​ສົ່ງ​ເສີມ​ບັນ​ດາ​ການ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ການ​ຂຸດ​ຄົ້ນ ແລະ ນຳ​ໃຊ້​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ​ເພື່ອ​ຊຸກ​ຍູ້​ວິ​ສາ​ຫະ​ກິດ 2 ຝ່າຍ​ພ້ອມ​ກັນ​ພັດ​ທະ​ນາ”.

        ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ເມັກ​ຊີ​ໂກ ໃຫ້​ຮູ້​ວ່າ, ປະ​ຈຸ​ບັນ ເມັກ​ຊີ​ໂກ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ເປີດ​ທີ່​ສຸດ​ໃນ​ໂລກ ຍ້ອນ​ມີ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ 46 ປະ​ເທດ​ໃນ​ໂລກ. ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟິກ (TPP) ຈະ​ມີ​ຜົນ​ສັກ​ສິດ​ໂດຍ​ໄວ ຈະ​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ໃຫ້​ເມັກ​ຊີ​ໂກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ​້ານ​ເສດ​ຖະ​ກິດ, ການ​ຄ້າ ກັບ 6 ປະ​ເທດ​ອີກ, ໃນ​ນັ້ນ​ມີ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ