ການຮ່ວມມືແລກປ່ຽນຄ້າຂານກ່ຽວກັບເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ພາຫະນະອຸປະກອນການແພດລະຫວ່າງ ຫວຽດນາມ ແລະ ອິນເດຍ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງ

(VOVWORLD) -  ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນນັ້ນ, ການຮ່ວມມື, ແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອິນເດຍ ສຳລັບປະເພດສິນຄ້າຕ່ຳແຜ່ນຕັດຫຍິບ ແລະ ອຸປະກອນການແພດ ຍັງຄົງມີສັນຍານເປັນໜ້າຊື່ນຊົມ.

 2 ຝ່າຍຄວນຍາດແຍ່ງໂອກາດນີ້ ເພື່ອເພີ່ມທະວີການຮ່ວມມື, ສົມທົບກັນສ້າງລະບົບສະໜອງທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຂອບຂະໜາດໃຫຍ່. ນັ້ນແມ່ນເນື້ອໃນຂອງກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ວ່າ “ຊຸກຍູ້ການພົວພັນວິສາຫະກິດ ຫວຽດນາມ - ອິນເດຍ ໃນຂົງເຂດຕ່ຳແຜ່ນຕັດຫຍິບ ແລະ ສາທາລະນະສຸກ” ເຊິ່ງດຳເນີນໃນຕອນບ່າຍວັນທີ 10 ກັນຍາ.

ການຮ່ວມມືແລກປ່ຽນຄ້າຂານກ່ຽວກັບເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ພາຫະນະອຸປະກອນການແພດລະຫວ່າງ ຫວຽດນາມ ແລະ ອິນເດຍ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງ - ảnh 1 ທ່ານ ຟ້າມແຊງເຈົາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ

        ປະຈຸບັນ, ອິນເດຍ ພວມຢືນອັນດັບທີ 3 ໃນໂລກກ່ຽວກັບປະລິມານການຜະລິດ ແລະ ຢືນອັນດັບທີ 14 ໃນໂລກກ່ຽວກັບມູນຄ່າການຜະລິດຜະລິດຕະພັນການຢາ. ປະຈຸບັນ, ຂອບຂະໜາດຂອງທ້ອງຕະຫລາດອຸປະກອນການແພດ ອິນເດຍ ແມ່ນປະມານ 5 ຕື້ USD ແລະ ອາດຈະບັນລຸໄດ້ປະມານ 11 ຕື້ USD ໃນປີ 2022. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟ້າມແຊງເຈົາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ:

        “ສຳລັບຂະແໜງອຸດສາຫະກຳຜະລິດຝ້າຍ ແລະ ເສັ້ນຝ້າຍພັດທະນາ, ສາມາດຕອບສະໜອງວັດຖຸດິບໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບເກືອບທັງໝົດ, ອິນເດຍ ອາດຈະເປັນແຫຼ່ງສະໜອງຝ້າຍ ແລະ ເສັ້ນຝ້າຍໃຫ້ ຫວຽດນາມ, ຊ່ວຍຍົກກຳລັງແກ່ງແຍ້ງຂອງ ຫວຽດນາມ ຢູ່ຕະຫລາດສາກົນ. ໃນຂົງເຂດການຢາ ແລະ ອຸປະກອນການແພດ, ອິນເດຍ ສາມາດສະໜອງຢາສຳເລັດຮູບ ແລະ ວັດຖຸດິບປຸງແຕ່ງຢາດ້ວຍຂອບຂະໜາດໃຫຍ່ໃຫ້ແກ່ ຫວຽດນາມ. ພວກເຮົາ ອາດຈະກາຍເປັນຄູ່ຮ່ວມມືທີດີ ແລະ ໄວ້ເນື້ອເຊື່ອໃຈກັນ.

        ໄປຄຽງຄູ່ກັບເລື່ອງຍູ້ແຮງການພົວພັນແລກປ່ຽນເສດຖະກິດ, ການຄ້າ, ດ້ວຍບົດຮຽນ ແລະ ກຳລັງຄວາມສາມາດດ້ານການແພດ ແລະ ການຢາຂອງ ອິນເດຍ, ຫວຽດນາມ ກໍ່ຫວັງວ່າ 2 ປະເທດສາມາດແລກປ່ຽນບົດຮຽນ, ຮ່ວມມືພັດທະນາ, ຜະລິດບັນດາວັກຊິນກັນເຊື້ອໂຄວິດ-19 ປະເພດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ