ການຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ ຂອງຫວຽດນາມ ແລະ ຈີນ

(VOVWORLD) - “ຊຸກຍູ້ການຮ່ວມມື, ຮ່ວມກັນພັດທະນາ” ມີແມ່ນຫົວຂໍ້ຂອງກອງປະຊຸມຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ: ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ - ກວາງນາມ (ຫວຽດນາມ) ແລະ ຢຸນນານ (ຈີນ) ຄັ້ງທີ VIII, 
ການຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ ຂອງຫວຽດນາມ  ແລະ ຈີນ - ảnh 1 ການຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ ຂອງຫວຽດນາມ  ແລະ ຈີນ (ພາບອິນເຕີແນັດ)

ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 22 ພະຈິກ ຢູ່ນະຄອນຫາຍຟ່ອງ. ໂດຍມີການເຂົ້າຮ່ວມຂອງຜູ້ແທນ ຫວຽດນາມ ແລະ ຈີນ ກວ່າ 200 ຄົນ.

        ກອງປະຊຸມປຶກສາຫາລືກ່ຽວກັບບັນດາເນື້ອໃນ: ການເຊື່ອມຕໍ່ຄົມມະນາຄົມ - ຂົນສົ່ງ ແລະ ການຮ່ວມມືພັດທະນາ Logistics; ການຮ່ວມມືດ້ານການຄ້າ, ການລົງທຶນ; ການຮ່ວມມືກ່ຽວກັບການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ; ການຮ່ວມມືກ່ຽວກັບເງິນຕາ ແລະ ວຽກງານປະກັນໄພ. ກອງປະຊຸມເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືລະຫວ່າງບັນດາວິສາຫະກິດ, ສະຫະສະມາຄົມຂອງ ຫວຽດນາມ ແລະ ຈີນ ກ່ຽວກັບຂົງເຂດການເງີນ - ເງິນຕາ, ການຄ້າເອເລັກໂຕນິກ ແລະ ການທ່ອງທ່ຽວ.

        ບັນດາໝາກຜົນທີ່ໄດ້ຮັບພາຍຫຼັງກອງປະຊຸມຮ່ວມມືແລວເສດຖະກິດ 5 ແຂວງ, ນະຄອນ: ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ - ກວາງນາມ (ຫວຽດນາມ) ແລະ ຢຸນນານ (ຈີນ) ຄັ້ງທີ VII, ນັ້ນແມ່ນກ່ຽວກັບການຊຸກຍູ້ເຊື່ອມຕໍ່ດ້ານຄົມມະນາຄົມ, ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟ່ອງ ແລະ ເສັ້ນທາງ - ຂົວຂ້າມທະເລ ເຕີນວູ - ແລັກຫວ້ຽນ ທີ່ກໍ່ສ້າງສຳເລັດ ແລະ ນຳເຂົ້າການນຳໃຊ້, ການເຊື່ອມຕໍ່ກັບເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ລາວກາຍ ສ້າງເປັນເສັ້ນທາງຄວາມໄວສູງລຸລ່ວງຈາກ ລາວກາຍ ເຖິງ ທ່າກ່ຳປັ່ນ ຫາຍຟ່ອງ, ຫຼຸດຜ່ອນເວລາເດີນທາງລົງເຫຼືອພຽງ 6 ຊົ່ວໂມງກວ່າ. ເມື່ອເສັ້ນທາງຄວາມໄວສູງ ຫາຍຟ່ອງ - ຮ້າລອງ ກໍ່ສ້າງສຳເລັດໃນຕົ້ນປີ 2018, ຈະເຊື່ອມຕໍ່ລະຫວ່າງເສັ້ນທາງບົກຄວາມໄວສູງລຸລ່ວງຈາກ ຄຸນໝິງ (ຢຸນນານ ແຫ່ງປະເທດຈີ) ເຖິງ ຮ່າລອງ (ກວາງນິງ), ສ້າງເງື່ອນໄຂສະດວກໃນການພັດທະນາການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວກັບ ແຂວງຢຸນນານ, ປະເທດຈີນ.

        ກອງປະຊຸມຈະປິດລົງໃນວັນທີ 24 ພະຈິກ 2017.

ຕອບກັບ

ຂ່າວ/ບົດ​ອື່ນ