ການຮ່ວມສຳພັນລະຫວ່າງຊາວກະສິກອນ, ລັດ, ນັກວິທະຍາສາດ ແລະ ວິສາຫະກິດ

ການຮ່ວມສຳພັນລະຫວ່າງຊາວກະສິກອນ, ລັດ, ນັກວິທະຍາສາດ ແລະ ວິສາຫະກິດ - ảnh 1
(ພາບປະກອບ)

(vovworld) – ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ມີ​ເນື້ອ​ທີ່​ດິນ​ທຳ​ມະ​ຊາດ​​ເພື່ອ​ປູກ​ຝັງ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳປະມານ 3 ລ້ານ​​ເຮັກ​ຕາ, ກວມ​ເອົາ 30% ​ເນື້ອ​ທີ່​ດິນ​ກະສິກຳ​ໃນ​ທົ່ວ​ປະ​ເທດ. ຍ້ອນ​ນຳ​ໃຊ້​ບັນດາ​ຜົນງານ​ດ້ານ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ ສະ​ນັ້ນ, ​ແຕ່ລະ​ປີເຂດ​ທົ່ງພຽງ​ແມ່​ນ້ຳປະລິມານ​ຜະລິດ​ເຂົ້າ​ບັນລຸ 50%, ປະກອບ 90% ປະລິມານ​​ເຂົ້າສານສົ່ງ​ອອກ, ສະໜອງ 25% ປະລິມານ​ສິນ​ໃນ​ນ້ຳ, ບັນລຸ​ກວ່າ 60% ວົງ​ເງິນ​ສົ່ງ​ອອກ ​ແລະ ກວ່າ 70% ປະລິມານ​ໝາກ​ໄມ້​ໃນ​ທົ່ວ​ປະ​ເທດ. ​ເພື່ອ​ໃຫ້​ຂະ​ແໜງ​ກະສິກຳ​ເຂດ​ທົ່ງພຽງ​ແ​ມ່ນ້ຳຂອງ ພັດທະນາ​ຢ່າງ​ເລິກ​ເຊິ່ງ ກວາງ​ຂວາງ, ທີ່​ກອງ​ປະຊຸມ​ວິທະຍາສາດ “ການ​ຮ່ວມ​ສຳ​ພັນ​ລະຫວ່າງ ຊາວ​ກະ​ສິກອນ, ລັດ, ນັກວິທະຍາສາດ ​ແລະ ວິ​ສາ​ຫະກິດ, ສ້າງ​ລະບົບມູນຄ່າ​, ໜູນ​ຊ່ວຍ​ການ​ລົງ​ທຶນ​ພັດທະນາ​ວິ​ທະ​ຍາ​ສາດ​ເຕັກນິກ​ກ່ຽວ​ກັບ​ກະສິກຳ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ” ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 09/11 ຢູ່​ນະຄອນ​ເກີນ​ເທີ, ບັນດາ​ນັກວິ​ທະ​ຍາ​ສາດ​​ໄດ້​ສະ​ເໜີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມຫຍຸ້ງຍາກ ​ຊຸກຍູ້ກຳລັງ​ຄວາມ​ສາມາດ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ພັດທະນາ; ​ເພີ່ມ​ທະວີ​ການ​ເຜີ​ຍ​ແຜ່​ຄວາມ​ຮູ້, ຂໍ້​ມູນ​ດ້ານ​ວິ​ທະ​ຍາ​ສາດ​ໃໝ່​ກ່ຽວ​ກັບ​ການ​ລ້ຽງ​ປູກ​ໃຫ້​ຊາວ​ກະສິກຳ; ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ບັນດາ​ມາດ​ຕະການ​ສຳ​ພັດ​ກັບ​ຕະຫຼາດ​ໃຫ້​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ກະສິກຳ.

ຂ່າວ/ບົດ​ອື່ນ