ການາດາ ຈັດວາງຄຳສັ່ງລົງໂທດພົນລະເມືອງ ອາຣັບບິ ຊະອຸດິ 17 ຄົນທີ່ມີສ່ວນກ່ຽວຂ້ອງເຖິງເຫດເຂັ່ນຂ້ານັກຂ່າວ J.Khashoggi

(VOVWORLD) - ວັນທີ 29 ພະຈິກ, ການາດາ ປະກາດວ່າ ໄດ້ຈັດວາງບັນດາມາດຕະການລົງໂທດສຳລັບພົນລະເມືອງ ອາຣັບບິ ຊະອຸດິ 17 ຄົນທີ່ມີສ່ວນກ່ຽວຂ້ອງເຖິງເຫດນັກຂ່າວ Jamal Khashoggi ຖືກເຂັ່ນຂ້າຢູ່ສະຖານກົງສູນ ອາຣັບບິ ຊະອຸດິ ຢູ່ Istanbul, ຕວກກີ, ເມື່ອເດືອນ ຕຸລາ ຜ່ານມາ. 
ການາດາ ຈັດວາງຄຳສັ່ງລົງໂທດພົນລະເມືອງ ອາຣັບບິ ຊະອຸດິ 17 ຄົນທີ່ມີສ່ວນກ່ຽວຂ້ອງເຖິງເຫດເຂັ່ນຂ້ານັກຂ່າວ J.Khashoggi - ảnh 1ນັກຂ່າວ Jamal Khashoggi ພາບ: AFP/TTXVN 

ໃນຖະແຫຼງການໜຶ່ງ, ທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Chrystia Freeland ໃຫ້ຮູ້ວ່າ: ຕາມຄຳສັ່ງລົງໂທດ, ບັນດາພົນລະເມືອງດັ່ງກ່າວ ຈະຖືກອາຍັດຊັບສິນ ແລະ ຫ້າມເຂົ້າປະເທດ ການາດາ. ນີ້ແມ່ນບັນດາເປົ້າໝາຍ ເຊິ່ງຕາມທັດສະນະຂອງລັດຖະບານ ການາດາ ແລ້ວແມ່ນ “ຕ້ອງຮັບຜິດຊອບ ຫຼື ມີສ່ວນກ່ຽວຂ້ອງ” ເຖິງເຫດເຂັ່ນຂ້ານັກຂ່າວ Khashoggi. ກ່ອນໜ້ານັ້ນ, ເຢຍລະມັນ ກໍ່ໄດ້ຫ້າມເຈົ້າໜ້າທີ່ ອາຣັບບິ ຊະອຸດິ 18 ຄົນທີ່ມີສ່ວນກ່ຽວຂ້ອງເຖິງເຫດເຂັ່ນຂ້ານັກຂ່າວ Khashoggi ເຂົ້າເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ