ການາດາ ຢືນຢັນ ຫວຽດນາມ ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນວິວັດການເຈລະຈາ CPTPP

(VOVWORLD) - ທ່ານລັດຖະມົນຕີ Francois – Philippe Champagne ຢືນຢັນວ່າ: ຍາມໃດກໍ່ຢູ່ຂ້າງກັບ ຫວຽດນາມ ເພື່ອຮັບປະກັນວ່າ ເມື່ອຢາກມຸ່ງໄປເຖິງສັນຍາທີ່ມີຄວາມມັກໃຫຍ່ໄຝ່ສູງທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນກໍ່ຕ້ອງເຂົ້າໃຈ
 

ການາດາ ຢືນຢັນ ຫວຽດນາມ ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນວິວັດການເຈລະຈາ CPTPP - ảnh 1ທ່ານ Francois – Philippe Champagne, ລັດຖະມົນຕີການຄ້າສາກົນ ການາດາ 

(ພາບ: Phạm Huân/VOV-Washington)

ຫວຽດນາມ ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນວິວັດການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP). ນີ້ແມ່ນຄຳຢືນຢັນຂອງທ່ານ Francois – Philippe Champagne, ລັດຖະມົນຕີການຄ້າສາກົນ ການາດາ ໃນການຕອບສຳພາດຕໍ່ສື່ມວນຊົນຢູ່ຈີເລ ຢູ່ນອກພິທີລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP). ທ່ານລັດຖະມົນຕີ Francois – Philippe Champagne ຢືນຢັນວ່າ: ຍາມໃດກໍ່ຢູ່ຂ້າງກັບ ຫວຽດນາມ ເພື່ອຮັບປະກັນວ່າ ເມື່ອຢາກມຸ່ງໄປເຖິງສັນຍາທີ່ມີຄວາມມັກໃຫຍ່ໄຝ່ສູງທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນກໍ່ຕ້ອງເຂົ້າໃຈໄດ້ວ່າ ແຕ່ລະປະເທດມີລະດັບການພັດທະນາທີ່ແຕກຕ່າງກັນ. ທ່ານລັດຖະມົນຕີ  Champagne ເນັ້ນໜັກວ່າ: ການາດາ ປາດຖະໜາຢາກປັບປຸງການພົວພັນສຳຄັນກັບ ຫວຽດນາມ ແລະ ຕາມ ສັນຍາ CPTPP ນັ້ນ, 2 ປະເທດ ອາດຈະເພີ່ມທະວີດ້ານການຄ້າ ໃນຂະນະທີ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ 2 ປະເທດອາດຈະເຮັດໄດ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ