ການາດາ ຢາກໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີຕາເວັນອອກ

(VOVWORLD) - ທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Chrystia Freeland ໄດ້ສະແດງຄວາມຫວັງ Ottawa ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ຈະດຳເນີນໃນເດືອນ ພະຈິກ ຈະມາເຖິງຢູ່ ສິງກະໂປ.
ການາດາ ຢາກໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີຕາເວັນອອກ - ảnh 1 ທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Chrystia Freeland  (ພາບ: AFP/TTXVN) 

ກ່າວຄຳເຫັນທີ່ເຫດການໜຶ່ງຢູ່ ສິງກະໂປ ໃນວັນທີ 02 ສິງຫາ, ທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Freeland ເວົ້າແຈ້ງວ່າ ການາດາ ປາດຖະໜາຢາກ ແລະ ເຊື່ອໝັ້ນຕໍ່ບົດບາດສ້າງສາຂອງຕົນຢູ່ EAS.

        EAS ໄດ້ຮັບການສ້າງຕັ້ງໃນປີ 2005 ດ້ວຍຖານະເປັນເວທີປາໄສພົບປະເຈລະຈາຂອງບັນດາການນຳພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບບັນດາບັນຫາຍຸດທະສາດການພັດທະນາ. ປັດຈຸບັນ, EAS ລວມມີ 18 ປະເທດສະມາຊິກ, ໃນນັ້ນມີ 10 ປະເທດ ອາຊຽນ ແລະ 8 ປະເທດຄູ່ຮ່ວມມືແມ່ນ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ລັດເຊຍ, ສ.ເກົາຫຼີ ແລະ ອາເມລິກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ