ການາດາ ວິຕົກກັງວົນຕໍ່ໜ້າເຫດການພົນລະເມືອງປະເທດນີ້ຖືກຕັດສິນລົງໂທດປະຫານຊີວິດ ຢູ່ຈີນ

(VOVWORLD) -.“..ຈີນໄດ້ນໍາໃຊ້ການຕັດສິນລົງໂທດປະຫານຊີວິດໃນບາງກໍລະນີ ແບບຕາມລໍາພັງ, ແຕ່ຄັ້ງນີ້ມີສ່ວນກ່ຽວຂ້ອງເຖິງພົນລະເມືອງຂອງ ການາດາ”

ວັນທີ 14 ມັງກອນ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau  ໄດ້ສະແດງຄວາມວິຕົກກັງວົນຢ່າງແຮງ ຕໍ່ເລື່ອງສານຂອງຈີນ ໄດ້ຕັດສິນລົງໂທດພົນລະເມືອງ ການາດາ ໜຶ່ງຄົນ ດ້ວຍຖານໂທດຄ້າຂາຍຢາເສບຕິດ. ກ່າວຄໍາເຫັນຕໍ່ສື່ມວນຊົນ, ທ່ານນາຍົກລັດຖະມົນຕີ Justin Trudeau  ເນັ້ນໜັກວ່າ: “ພວກຂ້າພະເຈົ້າມີຄວາມວິຕົກກັງວົນຢ່າງແຮງ ກັບບັນດາສໍາພັນທະມິດ ແລະ ເພື່ອນມິດສາກົນ ວ່າ ຈີນໄດ້ນໍາໃຊ້ການຕັດສິນລົງໂທດປະຫານຊີວິດໃນບາງກໍລະນີ ແບບຕາມລໍາພັງ, ແຕ່ຄັ້ງນີ້ມີສ່ວນກ່ຽວຂ້ອງເຖິງພົນລະເມືອງຂອງ ການາດາ”.

         

ຕອບກັບ

ຂ່າວ/ບົດ​ອື່ນ