ການາດາເຊີນຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີ G7 ກ່ຽວກັບສິ່ງແວດລ້ອມ ແລະ ພະລັງງານ

(VOVWORLD) - ຫວຽດນາມ ແມ່ນໜຶ່ງໃນ 9 ປະເທດທີ່ ການາດາເຊີນເຂົ້າຮ່ວມກອງປະຊຸມ ລັດຖະມົນຕີບັນດາພື້ນຖານອຸດສະຫະກຳແຖວໜ້າຂອງໂລກ (G7) ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ມະຫາສະໝຸດ ແລະ ພະລັງງານສະອາດ.

ຫົວຂໍ້ຂອງກອງປະຊຸມ: “ຮ່ວມກັນປະຕິບັດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ມະຫາສະໝຸດ ແລະ ພະລັງງານສະອາດ” ຈະດຳເນີນໃນວັນທີ 19-21 ກັນຍາ ທີ່ນະຄອນ Halifax ແຂວງ Nova Scotia.

ປັດຈຸບັນ ການາດາ ແມ່ນປະທານ G7 2018, ນອກຈາກຫວຽດນາມ ບັນດາປະເທດທີ່ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມລວມມີ: ອັກຊັງຕິນ, ຈາໄມກາ, ເຄນຢາ, ໝູ່ເກາະ ມາເຊວ, ນາອູຣູ, ນອກແວ, Seychelles ແລະ ອາຟຣິກກາໃຕ້. ບັນດາປະເທດແຂກຖືກເຊີນຈະເຂົ້າຮ່ວມການປຶກສາຫາລືກ່ຽວກັບ ຄວາມເຂັ້ມແຂງຂອງມະຫາສະມຸດ ແລະ ກຳລັງຄວາມສາມາດໃນການຮັບມືຂອງບັນດາປະຊາຄົມແຄມທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ