ກາ​ນາ​ດາໂຕ້ຕອບເລື່ອງ​ອາ​ເມ​ລິ​ກາ​ຈັດ​ວາງ​ພາ​ສີ​​ໃສ່ອາລູມີນຽມ​ຄືນ​ໃໝ່​ໂດຍ​ບັງ​ເອີນ

(VOVWORLD) -ວັນທີ 7 ສິງຫາ, ລັດຖະບານ ການາດາໄດ້ປະກາດວ່າ ຈະຈັດວາງພາສີສຳລັບສິນຄ້າສົ່ງອອກຂອງອາເມລິກາທີ່ມີມູນຄ່າ 2,7ຕື້ USD. 

ທ່ານນາງ Chrystia Freeland ຮອງນາຍົກລັດຖະມົນຕີການາດາໃຫ້ຮູ້ວ່າ ບັນດາມາດຕະການພາສີອາກອນ ໂຕ້ຕອບຈະມີຜົນສັກສິດໃນຮອບເວລາ 30 ວັນ ພາຍຫຼັງ ທີ່Ottawa ດຳເນີນການປຶກສາຫາລືກັບບັນດາຝ່າຍທີ່ກ່ຽວຂ້ອງຢູ່ພາຍໃນປະເທດກ່ຽວກັບບັນຊີລາຍຊື່ບັນດາປະເທດສິນຄ້າຂອງອາເມລິກາທີ່ຖືກຈັດວາງພາສີ. ນອນໃນບັນຊີລາຍຊື່ບັນດາສິນຄ້າອາເມລິກາອາດຈະຖືກຈັດວາງພາສີ,ມີສິນຄ້າຫຼາຍປະເພດທີ່ມີສ່ວນປະກອບຈາກ ອາລູມີນຽມ. ບັນຊີລາຍຊື່ສິນຄ້ານີ້ຈະໄດ້ຄັດເລືອກເອົາດ້ວຍຈຸດປະສົງແມ່ນກໍ່ຜົນສະທ້ອນຢ່າງໜັ້ກໜ່ວງທີ່ສຸດຕໍ່ອາເມລິກາ ແຕ່ສ້າງຄວາມເສຍຫາຍໜ້ອຍທີ່ສຸດຕໍ່ ການາດາ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ເມື່ອລົງຢ້ຽມຢາມໂຮງງານຢູ່ Clyde, ລັດ Ohio, ທ່ານ Donald trump ປະທານາທິບໍດີ ອາເມລິກາໄດ້ປະກາດວ່າຕົນເອງຫາກໍ່ເຊັນຖະແຫຼງການຈັດວາງພາສີ ໃສ່ສິນຄ້າ ອາລູມີນຽມ ຂອງການາດາຄືນໃໝ່. ທ່ານໍ່ກ່າວຫາ ການາດາວ່າ ໄດ້ສວຍໃຊ້ອາເມລິກາ, ທຳລາຍຂະແໜງອຸດສາຫະກຳອາລູມີນຽມຂອງປະເທດບ້ານໃກ້ເຮືອນຄຽງ ແລະ ສ້າງຄວາມບໍ່ຍຸຕິທຳຕໍ່ຜູ້ອອກແຮງງານອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ