ການາດາໃຫ້ສັດຕະຍາບັນ CPTPP ຢ່າງເປັນທາງການ

(VOVWORLD) - ທ່ານ Jim Carr, ລັດຖະມົນຕີສ້າງການພົວພັນການຄ້າສາກົນເປັນຫຼາຍຮູບແບບຂອງ ການາດາ ມີການພົບປະກັບທ່ານ Daniel Mellsop, ຂ້າຫຼວງໃຫຍ່ ນີວຊີແລນ ປະຈຳ ການາດາ...

ການາດາໃຫ້ສັດຕະຍາບັນ CPTPP ຢ່າງເປັນທາງການ - ảnh 1

 ທ່ານ Jim Carr, ລັດຖະມົນຕີສ້າງການພົວພັນການຄ້າສາກົນເປັນຫຼາຍຮູບແບບຂອງ ການາດາ

(ພາບ:ctvnews.ca)

ວັນທີ 29 ຕຸລາ, ທ່ານ Jim Carr, ລັດຖະມົນຕີສ້າງການພົວພັນການຄ້າສາກົນເປັນຫຼາຍຮູບແບບຂອງ ການາດາ ມີການພົບປະກັບທ່ານ Daniel Mellsop, ຂ້າຫຼວງໃຫຍ່ ນີວຊີແລນ ປະຈຳ ການາດາ ເພື່ອປະກາດກ່ຽວກັບເລື່ອງ ການາດາ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ຢ່າງເປັນທາງການ. ນີວຊີແລນ ແມ່ນປະເທດຮັບຜິດຊອບການຕິດຕາມກວດກາ ແລະ ຈົດບັນທຶກວິວັດການຂອງສັນຍາ.

        ປະຈຸບັນ, CPTPP ມີສະມາຊິກ 11 ປະເທດ (ເຊິ່ງລວມມີ: ອົດສະຕາລີ, ຍີ່ປຸ່ນ, ມາເລເຊຍ, ຫວຽດນາມ, ສິງກະໂປ, ບຣູໄນ, ນິວຊີແລນ, ການາດາ, ເມັກຊີໂກ, ເປຣູ ແລະ ຈີເລ) ມີຂອບເຂດເສດຖະກິດຂຶ້ນເຖິງ 13.500 ຕື້ USD. ໂດຍເປັນປະເທດທີ 5 ທີ່ໃຫ້ສັດຕະຍາບັນ CPTPP (ຖັດຈາກ ຍີ່ປຸ່ນ, ເມັກຊີໂກ, ສິງກະໂປ ແລະ ນີວຊີແລນ), ການາດາ ຈະນອນໃນ 6 ປະເທດ ສະມາຊິກທຳອິດທີ່ໄດ້ຮັບຜົນປະໂຫຍດຂອງ CPTPP ເມື່ອຂໍ້ຕົກລົງມີຜົນສັກສິດ. ເລື່ອງໃຫ້ສັດຕະຍາບັນ CPTPP ແມ່ນບາດກ້າວທີ່ສຳຄັນຂອງ ການາດາ ມຸ່ງໄປເຖິງການຫັນການພົວພັນການຄ້າເປັນຫຼາຍຮູບແບບ. CPTPP ໄດ້ຮັບການຕີລາຄາຈາກວົງການສັງເກດການວ່າແມ່ນສານຢ່າງແຮງຕ້ານຄືນທ່າອ່ຽງອາລັກຂາປະຈຸບັນໃນໂລກໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ