ການາດາໜູນຊ່ວຍຫວຽດນາມພັດທະນາເສດຖະກິດກະສິກຳ

ການາດາໜູນຊ່ວຍຫວຽດນາມພັດທະນາເສດຖະກິດກະສິກຳ - ảnh 1
(ພາບປະກອບ)

(vovworld) – ​​ ວັນ​ທີ 19/11 ທ່ານ​ນາຍົກລັດຖະມົນຕີ ກາ​ນາ​ດາ Justin Trudeau ປະກາດ​ວ່າ: ລັດຖະບານ​ປະ​ເທດ​ນີ້ ຈະ​ໜູນ​ຊ່ວຍ​ໂຄງການ​ພັດທະນາ​ວິ​ສາ​ຫະກິດ​ສະຫະກອນ ຫວຽນ​ດາມ (VCID) ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຫລຸດຜ່​ອນຄວາມທຸກ​ຍາກ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ. ​ແຈ້ງ​ການ​ຂ່າວ​ຂອງ​ຫ້ອງ​ວ່າການ​ລັດຖະບານ ກາ​ນາ​ດາ ​ໃຫ້​ຮູ້​ວ່າ: ລັດຖະບານ​ປະ​ເທດ​ນີ້ ຈະ​ສະໜອງ 12,9 ລ້ານ USD ​ໃນ​ໄລຍະ 5 ປີ (2015 - 2020) ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ ​ແລະ ສະມັດ​ຕະພາບ​ໃຫ້​ບັນດາ​ສະຫະກອນ​ກະສິກຳ ຫວຽນ​ດາມ. ​​ຄູ່​ຮ່ວມ​ມື​ທີ່ລັດຖະບານ ກາ​ນາ​ດາ ​ເລືອກ​ເຟັ້ນ​ເພື່ອປະຕິບັດ​ໂຄງການນີ້ ​ແມ່ນ​ສະມາຄົມ​ຮ່ວມ​ມື​ພັດທະນາ​ສາກົນ (SOCODEVI), ​ເຊິ່ງ​ແມ່ນກຸ່ມ​ບໍລິສັດ​ພັດທະນາ​ສາກົນ​ປອດ​ກຳ​ໄລຂອງ ກາ​ນາ​ດາ ​ໄດ້​ປະສົມ​ການ ​ໃນ​ການເຮັດ​ວຽກ​ຢູ່ ຫວຽດນາມ ​ເປັນ​ເວລາ 13 ປີ. ​ໃນ​ແຈ້ງ​ການ​ຂ່າວ, ທ່ານ​ນາຍົກລັດຖະມົນຕີ Trudeau ຫວັງ​ວ່າ: ບັນດາ​ບົດຮຽນ​ຂອງ ກາ​ນາ​ດາ ​ໃນ​ຂົງ​ເຂດ​ສະຫະກອນ​ກະສິກຳ​ຈະ​ຊ່ວຍ ຫວຽດນາມ ນຳ​ໃຊ້​ເຕັກນິກ​ຜະ​ລິດ​ບໍ່​ສົ່ງ​ມົນ​ລະ​ພິດ​ເຖິງ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ມີ​ລັກສະ​ນະ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ