ການເຂັ່ນຂ້າຢູ່ສປ.ໂກງໂກ ເຮັດໃຫ້ 14 ຄົນເສຍຊີວິດ


 ການເຂັ່ນຂ້າຢູ່ສປ.ໂກງໂກ ເຮັດໃຫ້ 14 ຄົນເສຍຊີວິດ - ảnh 1

(ພາບ: Aljazeera)

(vovworld)-ວັນ​ທີ 7/12, ວົງ​ການ​ເຈົ້າໜ້າ​ທີ່​ປະ​ເທດ ສປ.​ໂກງ​ໂກ ​ໃຫ້​ຮູ້​ວ່າ: ​ໃນ​ການ​ບຸກ​ໂຈມ​ຕີ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 6/12 ຂອງ​ທະຫານ​ກະບົດ Uganda ​ແນ​ໃສ່​ເຂດ Beni ທາງ​ພາກ​ຕາ​ເວັນ​ອອກປະ​ເທດ​ນີ້ ​ເຮັດ​ໃຫ້ 14 ຄົນ​ເສຍ​ຊີວິດ. ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ຢູ່​ບ້ານ Oichi ຂຶ້ນ​ກັບ​ແຂວງພາກ​ເໜືອ Kivu ​ແມ່ນ​ເຫດການ​ເຂັ່ນຂ້າ​ຄັ້ງຫຼ້າ​ສຸດ​ຢູ່​ເຂດ​ນີ້. ​ໂຄສົກ​ກອງທັບ​ທ່ານ​ໜຶ່ງ​ໄດ້ຮັບ​ຮູ້​​ເຫດການ​ເຂັ່ນຂ້າ​ດັ່ງ​ກ່າວພ້ອມ​ທັງ​ໃຫ້​ຮູ້​ວ່າ: ຈຳນວນ​ຜູ້​ປະສົບ​ເຄາະ​ຮ້າຍ​ອາດ​ຈະ​ເພີ່ມ​ຂຶ້ນ​ຍ້ອນ​ບັດ​ນາ​ນັກຮົບ​ຍັງ​ສືບ​ຕໍ່​ຊອກ​ຫາ​ຢູ່. ທ່ານ Jean Baptiste Kamabu ​ເຈົ້າຄອງ​ແຂວງພາກ​ເໜືອ Kivu ​ໄດ້​ເວົ້າວ່າ: ບັນດາ​ຜູ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໄດ້​ປະກອບອາວຸດດ້ວຍ​ມິດ ​ແລະ ຂວານ./.

ຂ່າວ/ບົດ​ອື່ນ