ການເຄື່ອນໄຫວ 2 ຝ່າຍຂອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຢູ່ນອກກອງປະຊຸມ RCEP

(VOVWORLD) - ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ ມີການເຮັດວຽກ 2 ຝ່າຍກັບທ່ານ Motegi Toshimitsu, ລັດຖະມົນຕີ ຍີ່ປຸ່ນ...

 ໃນຂອບເຂດການປະຕິບັດງານຢູ່ ຍີ່ປຸ່ນ ໂດຍເຂົ້າຮ່ວມກອງປະຊຸມລັດຖະມົນຕີກາງສະໄໝຄັ້ງທີ 5 ບັນດາປະເທດເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແຕ່ວັນທີ 29 ມິຖຸນາ ຫາວັນທີ 2 ກໍລະກົດ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ ມີການເຮັດວຽກ 2 ຝ່າຍກັບທ່ານ Motegi Toshimitsu, ລັດຖະມົນຕີ ຍີ່ປຸ່ນ ຮັບຜິດຊອບສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມປາຊີຟິກ (CPTPP), ທ່ານ Hiroshige Seko, ລັດຖະມົນຕີກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (METI).

        ທີ່ການເຈລະຈາກັບທ່ານ Motegi Toshimitsu, ລັດຖະມົນຕີຮັບຜິດຊອບສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມປາຊີຟິກ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການໃຫ້ສັດຕະຍາບັນສັນຍາ CPTPP ຢູ່ແຕ່ລະປະເທດ.

        ໃນການເຈລະຈາກັບ ທ່ານ Hiroshige Seko, ລັດຖະມົນຕີກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (METI), ລັດຖະມົນຕີ 2 ທ່ານກໍ່ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ບັນດາຂໍ້ຕົກລົງໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ໄປພ້ອມກັບບັນດາຂໍ້ລິເລີ່ມຮ່ວມມືໃໝ່ ສືບຕໍ່ໄດ້ຍົກອອກມາໃນອະນາຄົດເພື່ອການພັດທະນາເສດຖະກິດຂອງແຕ່ລະປະເທດ ແລະ ພາກພື້ນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ