ການເຄື່ອນໄຫວ ຕ່າງໆ ເພື່ອອວຍ ພອນພັກ - ອວຍ ພອນປີໃໝ່ ປີມະເສງ

ການເຄື່ອນໄຫວ ຕ່າງໆ ເພື່ອອວຍ ພອນພັກ - ອວຍ ພອນປີໃໝ່ ປີມະເສງ - ảnh 1
ຮູບພາບກ່ຽວກັບ ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່ ​ແລະ ລຸກ​ຮື​ຂຶ້ນ​ລະດູບານ​ໃໝ່​ປີ 1968 ໄດ້ວາງສະແດງທີ່ງານວາງສະແດງ
(ພາບປະກອບ)

(vovworld) - ​​ໂດຍ​ສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ 45 ປີ​ແຫ່ງ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່ ​ແລະ ລຸກ​ຮື​ຂຶ້ນ​ໃນລະດູບານ​ໃໝ່​ປີ 1968, ຕອນ​ເຊົ້າ​ວັນ​ທີ 01/02, ພະ​ແນ​ກວັດທະນະ​ທຳ - ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ​ໄດ​້​ໄຂ​ງານ​ວາງສະ​ແດງ “ອວຍພອນ​ລະດູບານ​ໃໝ່ ປີ​ມະ​ເສ​ງ - ອວຍພອນ​ພັກ​ສະຫງ່າ​ງາມ”. ຮູບ​ພາບ​ຂະໜາດ​ໃຫຍ່ 280 ​ແຜ່ນ ​ແລະ ​ແຜນ​ທີ່,​ ​3 ​ແຜ່ນ​ຖືກວາງສະ​ແດງຢູ່​ທີ່ນີ້ ​ໄດ້​ລວບລວມມູນ​ເຊືອທີ່​ສະຫງ່າ​ລາສີ ​ແລະ ບັນດາ​ການ​ອຸທິດ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ​ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ 83 ປີຜ່ານມ​າ. ຈາກ​ນັ້ນ, ຢືນຢັນ​ທີ່​ຕັ້ງ, ບົດບາດນຳ​ພາ​ສຳຄັນ​ຂອງພັກ​ກອ​​ມມູນິດ ຫວຽດນາມ ​ໃນ​​ປະຫວັດແຫ່ງ​ການ​ພັດທະນາ ຂ​ອງຊາດ. ງານ​ວາງສະ​ແດງກໍ່​ໄດ້​ສ່ອງ​ແສງ​ບັນດາ​ຜົນງານ​ເຊິ່ງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ບັນລຸ​ໄດ້​ໃນ​ປີ 2012. ທ່ານ ຫວໍ​ກົງ​ແອ​ງ, ຜູ້ອຳນວຍການ​ສູນ​ຖະແຫຼງຂ່າວ​ງານ​ສະ​ແດງ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ​:

“ບັນດາ​ຮູບ​ພາບທີ່​ພວກ​ຂ້າພະ​ເຈົ້າ​ໄດ້​ແນະນຳ​ເຖິງ​ປະຊາຊົນ​ແມ່ນ​ບັນດາ​ເອກະສານ​ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈກ່ຽວກັບ 83 ປີ​ແຫ່ງ​ຂີ​ດໝາຍ​​ປະຫວັດ​ສາດຂອງ​ພັກ. ຜ່ານ​ນັ້ນ, ​ເພື່ອໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ວາຂະບວນການ​ຕໍ່ສູ້ ​ແລະ ບັນ​ດາ​ຂີດ​ໝາຍ​ປະຫວັດສາດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດນາມ ​ໃນ​ວິວັດທະນາ​ການ​ກໍ່ສ້າງ​ປະ​ເທດ​ຊາດໃຫ້​ນັບ​ມື້​ນັບ​ຮັ່ງມີ, ​ເຂັ້ມ​ແຂງ”

ແລະ​ກໍ່​ໃນຕອນ​ເຊົ້າ​ວັນ​ດຽວ​ກັນ, ສະມາຄົມ​ນັກ​ຂ່າວ​ນະຄອນ ດ່າ​ໜັງ ​ໄດ້​ສົມທົບ​ກັບ​ພະ​ແນກສື່ສານນະຄອນ ​ໄຂ​ງານ​ບຸນ​ໜັງສືພິມ​ລະດູບານ​ໃໝ່ ປີ​ມະ​ເສ​ງ 2013 ດ້ວຍ​ຫົວ​ຂໍ້​ວ່າ “ອວຍພອນ​ພັກ, ອວຍພອນ​ລະດູບານ​ໃໝ່”.

ຂ່າວ/ບົດ​ອື່ນ