ການເຄື່ອນໄຫວ ລະນຶກວັນສື່ມວນຊົນ ປະຕິວັດ ຫວຽດນາມ 21/6

ການເຄື່ອນໄຫວ ລະນຶກວັນສື່ມວນຊົນ    ປະຕິວັດ ຫວຽດນາມ 21/6 - ảnh 1
ພາບປະກອບ: internet

(vovword)- ວັນ​ທີ 21/6, ​ເນື່ອງ​ໃນ​ໂອກາດ​ລະນຶກ 87 ປີ ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ, ສະມາຄົມ​ນັກ​ຂ່າວ​ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ໄດ້​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ລະນຶກ​ວັນ​ດັ່ງກ່າວ. ​ແຂວງ ອຽນ​ບ໋າ​ຍ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ບັນດາ​ນັກ​ຂ່າວຂັ້ນ​ສູນ​ກາງ  ​ແລະ ທ້ອງ​ຖິ່ນ ທີ່​ພວມ​ເຄື່ອນ​ໄຫວ​ໃນ​ບໍລິ​ເວນ​ແຂວງ ​ແລະ ຈັດ​ຕັັ້ງພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ປີ 2012 ຂອງ​ແຂວງ. ການ​ນຳ​ຄະນະ​ພັກ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ອຽນ​ບ໋າ​ຍ ອວຍພອນ​ໄຊ​ໃຫ້​ບັນດາ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ໃນ​ບໍລິ​ເວນ​ແຂວງ ພ້ອມ​ທັງ​ຮັບ​ຮູ້​ບັນດາ​ການ​ປະ​ກອບ​ສ່ວນ​ຂອງ​ສື່​ມວນ​ຊົນ​ປະຕິວັດ ອຽນ​ບ໋າ​ຍ ​ໃນ​ກິດຈະການ​ປ່ຽ​ນ​ແປງ​ໃຫມ່, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ແຂວງ​ພູດ​ອຍ​ເພື່ອບືນ​ຕົວ​ຂຶ້ນ​. ສະ​ມາ​ຄົມ​ນັກ​ຂ່າວ ​ແຂວງ ຮື​ງອຽນ ກໍ​ໄດ້​ຈັດການ​ພົບ​ປະ​ສັງ​ສັນ​ກັບບັນດາ​ອົງການ​ສື່​ມວນ​ຊົນ​ໃນ​ແຂວງ.

​ເນ່ືອງ​ໃນ​ໂອກາດ​ນີ້, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ສຳພາດ​ທ່ານ Nguyen The Ky ຮອງ​ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ. ທ່ານ Nguyen The Ky ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ​ພື້ນຖານ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ ພິ​ເສດ ​ແມ່ນ​​ໃນ​ໄລຍະ​ປ່ຽນ​ແປງ​ໃຫມ່.

        “​ໃນ​ກວ່າ 20 ​ປີ​ແຫ່ງ​ການ​ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃຫມ່​, ສື່​ມວນ​ຊົນ​ຂອງ​ພວກ​ເຮົາ​ໄດ້​ເຕີບ​ໃຫຍ່​ຂຶ້ນ​ ນັບ​ທັງ​ຈຳນວນ​ອົງການ​ສື່​ມວນ​ຊົນ, ຈຳນວນ​ນັກ​ຂ່າວ, ຮູບ​ການ​ສື່​ມວນ​ຊົນ, ​ ການປະກອບສ່ວນຂອງ​ສື່​ມວນ​ຊົນ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ພັກ ​ແລະ ລັດ. ​​ຖ້າປຽບທຽບ​ກັບ​ບັນດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ ອາດ​ຈະ​ບໍ່​​ແມ່ນ​ເລື່ອງ​ງ່າຍມ, ​ເພາະວ່າ ພື້ນຖານ​ສື່​ມວນ​ຊົນ​ຂອງ​ພວກ​ເຮົາ​ແມ່ນ​ພື້ນຖານ​ສື່​ມວນ​ຊົນ​ປະຕິວັດ, ສື່​ມວນ​ຊົນ​ຂອງ​ປະຊາຊົນ ​ຮັບ​ໃຊ້​ປະຊາຊົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກຳລັງ​ເຮັດ​ວຽກ​ງານ​ສື່​​ມວນ​ຊົນ​ກໍ​ບໍ່ນ້ອຍ​ຫນ້າ​​ເມື່ອ​ທຽບກັບຫລາຍ​ປະ​ເທດ. ມີ 35% ຈຳນວນ​ພົນລະ​ເມືອງ​ນຳ​ໃຊ້​ອີນ​ເຕີ​ແນ​ດ. ນີ້​ແມ່ນ​ຕົວ​ເລກ​ສູງ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາຊີ.”

 

ຂ່າວ/ບົດ​ອື່ນ