ການເຄື່ອນໄຫວ ສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ທ້ອງຖິ່ນຕ່າງໆ

(VOVWORLD) - ຕອນບ່າຍວັນທີ 26 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຢູ່ນະຄອນ ຮືງອຽນ, ແຂວງ ຮືງອຽນ. 
ການເຄື່ອນໄຫວ ສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ທ້ອງຖິ່ນຕ່າງໆ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ເຄື່ອນໄຫວຢູ່ແຂວງ ຮຶງອຽນ

ເມື່ອເຮັດວຽກກັບການນຳແຂວງ ຮືງອຽນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ແຂວງ ຮືງອຽນ ປະຕິບັດວຽກງານ “ຕອບບຸນແທນຄຸນ” ໃຫ້ດີກ່ວາອີກ, ປະຕິບັດນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີ, ສະແດງຄວາມຮູ້ບຸນຄຸນ, ສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ, ເພື່ອຊີວິດການເປັນຢູ່ຂອງບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີໃນບໍລິເວນແຂວງນັບມື້ນັບໄດ້ຮັບການປັບປຸງຄົບຖ້ວນກ່ວາກ່ຽວກັບທຸກດ້ານ.

        ແລະກໍ່ໃນວັນດຽວກັນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ເດີນຕາມຮອຍຕີນບັນດານັກວິລະຊົນ” ຢູ່ກວາງຈິ້. ຄະນະໄດ້ໄປວາງພວງມາລາ, ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ທາງເລກ 9 ແລະ ກຳແພງເກົ່າ ກວາງຈິ້.

        ຕອນຄ່ຳວັນທີ 26 ກໍລະກົດ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ຮ່າໂນ້ຍ, ສະມາຊິກຊາວໜຸ່ມເກືອບ 2.000 ຄົນຂອງນະຄອນ ໄດ້ຖະຫວາຍທູບທຽນ, ວາງພວງມາລາ, ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງຕໍ່ບັນດາຜູ້ໄດ້ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ໂຮມປະເທດຊາດເປັນເອກະພາບໃນທົ່ວປະເທດ. ເຂົ້າຮ່ວມພິທີນີ້, ນາງ ຟ້າມທິຮ່ວຽນ, ນັກສຶກສາມະຫາວິທະຍາໄລການຄ້າ, ແບ່ງປັນວ່າ:

        “ເມື່ອເຂົ້າຮ່ວມລາຍການນີ້, ຂ້າພະເຈົ້າເຫັນວ່າລາຍການມີຄວາມໝາຍທີ່ສຸດ, ມັນຊ່ວຍໃຫ້ສະມາຊິກຊາວໜຸ່ມ ແລະ ທຸກໆຄົນເຂົ້າຮ່ວມມີຄວາມເຂົ້າໃຈຕໍ່ບຸນຄຸນອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ. ຜ່ານນີ້ ພວກເຮົາຍາມໃດກໍ່ຄິດຮອດຄິດເຖິງບຸນຄຸນບັນດານັກຮົບ, ຮັກສາ ແລະ ເສີມຂະຫຍາຍທຸກສິ່ງທຸກຢ່າງທີ່ລຸ້ນກ່ອນປະໄວ້ ແລະ ພ້ອມກັນພະຍາຍາມສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ສວຍງາມກ່ວາ.”

ກໍ່ເນື່ອງໃນໂອກາດນີ້, ນະຄອນ ດ່ານັ້ງ ແລະ ແຂວງ ຫວີງຟຸກ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ