ການເຄື່ອນໄຫວ ສະເຫຼີມສະຫຼອງ 82 ປີ ແຫ່ງວັນ ສ້າງຕັ້ງພັກກອມ ມູນິດ ຫວຽດນາມ

    ຕອນ​ເຊົ້າວັນ​ທີ 2/2, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງຕັ້ງພັກ​ກອມ​ມູນິດ​ຫວຽດນາມ (3/2/1930-3/2/2012), ການ​ນຳ​ແຂວງ​ເງະ​ອານ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ, ພວງມາລາອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ ຢູ່​ເຂດ​ປູ່​ສະ​ນີຍະສະ​ຖານ​ປະຫວັດສາດ​ວັດທະນະທຳ​ກິມລຽນ ຢູ່​ຕາ​ແສງ​ກິມລຽນ ​ເມືອງ​ນາມ​ດ່ານ. ການ​ນຳ​ແຂວງ​ເງະ​ອານ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື, ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຄຸນງາມຄວາມດີ​ອັນ​ຍິ່ງ​ໃຫ່ຍຂອງປະທານ​ໂຮ່ຈິ​ມິນ; ລາຍ​ງານກັບເພີ່ນ ກ່ຽວ​ກັບ​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສ​ດຖະກິດ​ສັງຄົມ​ຂອງ​ແຂວງ. ​ແລະ​ກໍ​ໃນ​ໂອກາດ​ນີ້, ບັນດາ​ຄະນະ​ຜູ້​ແທນຕາງໜ້າ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ, ບັນດາ​ອົງການ​ສຳ​ນັງງານ, ຄະນະ, ຂະ​ແໜງ​ການ​ໄດ້​ໄປ​ຕາ​ແສງ​ກິມລຽນ ​ເມືອງ​ນາມ​ດ່ານ​ເພື່ອ​ລາຍ​ງານ​ຜົນງານ​ກັບປະທານ​ໂຮ່ຈິ​ມິນ.

        ໃນຂະນະນັ້ນ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຫາ​ກໍ່​ປະກາດ​ໃຊ້​ແຜນການ​ກ່ຽວ​ກັບ​ການຈັດ​ຕັ້ງ​ການສະ​ເຫີລມສະຫລອງ. ຕາມ​ແຜນການ​ແລ້ວ, ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ການ​ນຳ​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ບັນດາ​ໝູ່​ຄະນະ​​ໄປ​ວາງ​ພວງມາລາ ຢູ່​ສຸສານ​ປະທານ​ໂຮ່ຈິ​ມີນ ​ແລະ ຖະຫວາຍ​ທູບ​ທຽນຢູ່ອະນຸສາວະລີ​ວິລະ​ຊົນ, ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ. ພ້ອມ​ກັນ​ນັ້ນ ບັນດາ​ທ້ອງ​ຖິ່ນ, ຫົວຫນ່ວຍ ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະວັດ​ທະນະ​ທຳ, ສາຍຟິມຮູບ​ເງົາ, ​ໂຄສະນາ​ຜ່ານ​ທາງ​ວິທະຍຸ, ​ໂທລະພາບ ຊົມ​ເຊີຍປະ​ເທດ​ຊາດ​ປ່ຽນ​ແປງ​ໃຫມ່, ຊົມ​ເຊີຍ​ພັກ​ສະຫງ່າ​ລາສີ, ອວຍພອນ​ປີ​ໃຫມ່​ປີ​ມະ​ໂຣງ, ການ​ພົບ​ປະ​ສ້າງສັນ, ການ​ພົບ​ປະ​ສົນທະນາ​ທົບ​ທວນຄືນ​ມູນ​ເຊື້ອ​ຂອງ​ພັກ, ​ໄປ​ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ປະຕິວັດ, ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ.  ການຈັດ​ຕັ້ງ​ສະ​ເຫລີ​ມສະຫລອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ດ້ວຍ​ຈຸດປະສົງ​ແມ່ນ​ຢັ້ງຢືນ​ບົດບາດ​ປະຫວັດສາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຢືນຢັນ​ລັດທິ​ມາກ​ເລ​ນິນ, ​ແນວ​ຄິດ​ໂຮ່ຈິ​ມີນ ​ແມ່ນ​ພື້ນຖານ​ທາງ​ດ້ານ​ແນວ​ຄິດ, ​ແມ່ນ​ເຂັມຊີ້ທິດ​ໃຫ້​ທຸກ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ພັກ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້ ​ແລະ ພວມ​ນຳພາ​ປະ​ເທດ​ຊາດ​ຫວຽດນາມ ຍາດ​​​ໄດ້ໄຊຊະນະ​ອັນ​ໃຫຍ່ຫລວງ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ການ​ປ່ຽນ​ແປງ​ໃຫມ່​ປະ​ເທດ​ຊາດ, ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ ສສ ຫວຽດນາມ.

ຂ່າວ/ບົດ​ອື່ນ