ການເຄື່ອນໄຫວຂອງ Festival ມໍລະດົກກວາງນາມຄັ້ງທີ 5 – 2013

ການເຄື່ອນໄຫວຂອງ Festival ມໍລະດົກກວາງນາມຄັ້ງທີ 5 – 2013 - ảnh 1
ພິທີໄຂ Festival ມໍລະດົກ​ກວາງ​ນາມ​ ຄັ້ງ​ທີ 5 – 2013
(ພາບປະກອບ: VGP/Lê Sơn)

(vovworld) – ວັນ​ທີ 24/6, ຢູ່​ນະຄອນ​ໂຮ້ຍອານ ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ ​ໃນ​ຂອບ​ເຂດ Festival ມໍລະດົກ​ກວາງ​ນາມ​ ຄັ້ງ​ທີ 5 – 2013 ຄື: “ການ​ຄົ້ນ​ຫາ​ບ້ານ​ນາ ​ເກິມ​ແທງ“ ດ້ວຍ​ລົດຖີບ, ລາຍການ​ສະ​ແດງ​ສິລະ​ປະ “ສີສັນ​ຫວຽດນາມ“, ງານ​ພົບ​ປະ​ແລກປ່ຽນ ສະ​ແດງ​ສິລະ​ປະ “ກວາງ​ນາມ​ກັບ​ເພື່ອນ​ມິດສາ​ກົນ“

“10 ປີ ​ແຫ່ງ​ການ​ປະຕິບັດ​ສົນທິສັນຍາ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ​ຂອງ UNESCO: ບົດຮຽນ ​ແລະ ທິດ​ທາງ​ໃນ​ອະນາຄົດ“ ​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ດຳ​ເນີນ​ໃນ​ວັນ​ທີ 23/6 ຢູ່​​ໂຮ້ຍອານ, ​ແຂວງ​ກວາງ​ນາມ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໂຮ່​ແອ​ງຕ໋ວນ, ຢືນຢັນ​ວ່າ:

​ຜ່ານໄລຍະ 10 ປີຜ່ານມາ, ພວກ​ເຮົາສາມາດ​ເຫັນ​ໄດ້​ການ​ກະທົບ​ຂອງ​ສົນ​ທະ​ສັນຍາ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ​ຂອງ UNESCO ທີ່​ມີ​ຕໍ່​ຊີວິດ​ຂອງ​ມວນ​ມະນຸດ. ສົນທິສັນຍາ​ສາກົນ​ໄດ້​ປະກອບສ່ວນ​ຮັກສາ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ; ຮັບປະກັນ​ຄວາມ​ເຄົາລົບ​ທີ່​ມີ​ຕໍ່ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງຂອງ​ປະຊາ​ຄົມ; ຍົກ​ສູງ​ຄວາມ​ຮັບ​ຮູ້​ຢູ່​​ທ້ອງ​ຖີ່​ນ, ປະ​ເທດຊາດ ​ແລະ ສາກົນ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ; ສ້າງ​ໃຫ້​ມີ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ຈາກສາກົນ“.

​ໃນ​ວັນ​ດຽວ​ກັນ, ຢູ່​ເທດ​ສະບາ​ນ ບ​ເລົາ, ​ເມືອງ​ດົງ​ຢາງ, ​ໄດ້​ດຳ​ເນີນ​ພິທີ​ເປີດສະຫຼອງ​ໝູ່​ບ້ານ​ທ່ອງ​ທ່ຽວ ບ​ເຮີ​ຮົງ ​ແລະ ດ​ເຮີ​ຮົ່ງ. ທ່ານ ດິງຫາຍ, ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ນາມ, ​ໃຫ້​ຮູ້​ວ່າ:

ພວກ​ຂ້າພະ​ເຈົ້າ​ຢາກ​ແນະນຳ​ກັບ​ນັກ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​ຮູ້​ກ່ຽວ​ກັບ​ເສັ້ນທາງ​ໂຮ່ຈີ​ມິນ​ຂອງ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ,​​ເສັ້ນທາງ​ນີ້​ສົມທົບ​ກັບ​ການ​ພັດທະນາ​ໝູ່​ບ້ານ​ທ່ອງ​ທ່ຽວ​ຂອງ​ປະຊາ​ຄົມ​ໃນ​ໄລຍະ​​ໃກ້ໆ​ນີ້​ຈະ​ປະກອບສ່ວນ​ຊ່ວຍ​ໃຫ້​ປະຊາຊົນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ,​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຈາກ​ການ​ພັດທະນາ​ການທ່ອງທ່ຽວ

ຂ່າວ/ບົດ​ອື່ນ