ການເຄື່ອນໄຫວຂອງ ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ປະຕິບັດໜ້າທີ່ລື່ນກາຍຄວາມຕັ້ງຫວັງຂອງສະຫະປະຊາຊາດ

(VOVWORLD) - ນັບແຕ່ເມື່ອຜັນຂະຫຍາຍກຳລັງມາແຫ່ງນີ້, ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ໄດ້ຕັ້ງໜ້າປະຕິບັດບັນດາການເຄື່ອນໄຫວໜູນຊ່ວຍຊາວທ້ອງຖິ່ນ
ການເຄື່ອນໄຫວຂອງ ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ປະຕິບັດໜ້າທີ່ລື່ນກາຍຄວາມຕັ້ງຫວັງຂອງສະຫະປະຊາຊາດ - ảnh 1ທີ່ການຢ້ຽມຢາມ ແລະ ເຮັດວຽກ
(ພາບ: qdnd.vn)

        ເມື່ອໄປຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງສະຫະປະຊາຊາດ ຢູ່ເຂດ Abyei (Abyei UNISFA), ທ່ານພົນເອກ Birame Diop, ທີ່ປຶກສາດ້ານການທະຫານສະຫະປະຊາຊາດໄດ້ຕີລາຄາສູງປະສິດທິຜົນຂອງກອງທະຫານຊ່ອງແສງເລກ 2 ຂອງ ຫວຽດນາມ.

        ນັບແຕ່ເມື່ອຜັນຂະຫຍາຍກຳລັງມາແຫ່ງນີ້, ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ໄດ້ຕັ້ງໜ້າປະຕິບັດບັນດາການເຄື່ອນໄຫວໜູນຊ່ວຍຊາວທ້ອງຖິ່ນ, ຄື: ກໍ່ສ້າງບັນດາຫ້ອງຮຽນ, ສິດສອນ, ສາຍຮູບເງົາໃຫ້ເດັກ, ຕ້ານໄພນ້ຳຖ້ວມ, ກວດ - ປິ່ນປົວພະຍາດໂດຍບໍ່ເກັບຄ່າໃຫ້ປະຊາຊົນ…

        ທ່ານພົນເອກ Birame Diop ຕີລາຄາວ່າ, ເຖິງວ່າຕ້ອງປະສົບກັບຄວາມຫຍຸ້ງຍາກ, ກໍຄືພື້ນຖານວັດຖຸຍັງຂາດເຂີນຢູ່ກໍ່ຕາມ, ແຕ່ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ກໍ່ໄດ້ປະຕິບັດໜ້າທີ່ລື່ນຄວາມຕັ້ງຫວັງຂອງສະຫະປະຊາຊາດ. ທ່ານສະເໜີວ່າ, ໃນໄລຍະຈະມາເຖິງ, ກອງທະຫານຊ່າງແສງເລກ 2 ຂອງ ຫວຽດນາມ ສືບຕໍ່ຍົກລະດັບເສັ້ນທາງເຊື່ອມຕໍ່ຕົ້ນຕໍ, ເປີດເສັ້ນທາງລາດຕະເວັນ, ຄວບຄຸມໃໝ່ໃນຄວາມອາດສາມາດທີ່ຈະເຮັດໄດ້, ໜູນຊ່ວຍບັນດາກົມກອງ ກອງທັບບັນດາປະເທດທີ່ຕັ້ງທັບຢູ່ບໍລິເວນຂອງຄະນະປະຕິບັດງານ UNISFA.

ຕອບກັບ

ຂ່າວ/ບົດ​ອື່ນ