ການເຄື່ອນໄຫວຂອງ ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຫວຽດນາມ ຢູ່ກຸຍບາ

ການເຄື່ອນໄຫວຂອງ ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຫວຽດນາມ ຢູ່ກຸຍບາ - ảnh 1
(ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ)

(vovworld) - ວັນ​ທີ 05 ກັນຍາ, ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ ​ໄດ້ມີ​ການ​ເຈລະ​ຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ​ກອມ​ມູນິດກຸຍ​ບາ ​ໂດຍ​ທ່ານ Jose Ramon Machado Ventura, ​ເລຂາຜູ້​ທີ 2 ຄະນະ​ບໍລິຫານ​ງານສູນ​ກາງ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ແລກປ່ຽນ, ປຶກສາ​ຫາລື​ກ່ຽວ​ກັບບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ດ້ານ​​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່ສົມທົບ​ກັນ ​ແລະ ສະໜັບສະ​ໜູນ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ປາ​ໄສ​ສາກົນ ​ເຊິ່ງທັງ 2 ຝ່າຍ​ພວມ​ເຂົ້າ​ຮ່ວມ. ທ່ານ ​ເລ​ຮົ່ງ​ແອ​ງ ຜູ້​ປະຈຳການ​ຄະນະ​ເລຂາ​ ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພັກ ​ແລະ ລັດຖະບານ​ຫວຽດນາມ ຈະ​ຜັນ​ຂະຫຍາຍ​ບັນດາ​ບາດກ້າວ​ກະ​ໂດດ​ຂັ້ນ​ຍຸດ​ທະ​ສາດ ​​ເພື່ອ​ແນ​ໃສ່​ນຳ​ຫວຽດນາມ ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳຕາມ​ທິດທັນ​ສະ​ໄໝ​ໃນ​ປີ 2020 ​​ໂດຍພື້ນຖານ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ເລ​ຮົ່ງ​ແອ​ງ ຜູ້​ປະຈຳການ​ຄະນະ​ເລຂາ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Mario Murillo Jorge ຮອງ​ປະທານ​ສະພາ​ລັດຖະມົນຕີ​ກຸຍ​ບາ. ທ່ານ Mario Murillo ຕີລາຄາ​ສູງ​ບັນດາ​ບົດຮຽນ​ໃນ​ການ​ປ່ຽນ​ໃໝ່​ຂອງ​ຫວຽດນາມ, ຖື​ວ່າ ບັນດາ​ບົດຮຽນ​ດັ່ງກ່າວ​ແມ່ນລ້ຳ​ຄ່າ​ທີ່​ສຸດ​ສຳລັບ​ກຸຍ​ບາ ​ໃນ​ໄລ​ຍະ​ປະຈຸ​ບັນ. 2 ຝ່າຍ​ກໍ່ເຫັນ​ດີ​ກ່ຽວ​ກັບ​ເລື່ອງ​ຕ້ອງ​ມີ​ບັນດາ​ກົນ​ໄກ ​ແລະ ວິທີ​ການ​ຮ່ວມ​ມື​ໃໝ່ ​​ເພື່ອແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື 2 ຝ່າຍ, ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົນ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ.
ຂ່າວ/ບົດ​ອື່ນ