ການເຄື່ອນໄຫວຂອງ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢູ່ ສເກົາຫຼີ

ການເຄື່ອນໄຫວຂອງ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢູ່ ສເກົາຫຼີ - ảnh 1

ທ່ານ​​ຫງວຽນ​ຊິງ​ຮຸ່ງໃຫ້ການ​ຕ້ອນຮັບ​ການ​ນຳ​​ກຸ່ມ​ບໍລິສັດຊາມ​ຊຸງ

(ພາບ:nguyensinhhung.net)

(vovworld)-​ໃນ​ຂອບ​ເຂດການ​ຢ້ຽມຢາມ ສ​ເກົາຫຼີ, ຕອນ​ເຊົ້າວັນ​ທີ 22/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຫງວຽນ​ຊິງ​ຮຸ່ງ ​ໃຫ້ການ​ຕ້ອນຮັບ​ການ​ນຳ​ບັນດາ​ກຸ່ມ​ບໍລິສັດ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ນີ້ ​ແລະ ການ​ນຳສະມາຄົມ​ມິດຕະພາບ ສ​ເກົາຫຼີ-ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ຫວຽດນາມ ສະໜັບສະ​ໜູນ ​ແລະ ສ້າງ​ເງື່ອ​ນ​ໄຂ​ອຳນວຍ​ຄວາມ​ສະດວກ​​ໃຫ້​ບັນດາ​ນັກ​ລົງທຶນ​ ສ​ເກົາຫຼີ ລົງທຶນ​ເຂົ້າຫວຽດນາມ ພ້ອມ​ທັງ​ສົ່ງ​ເສີມ​ບັນດາ​ນັກ​ລົງທຶນ​ຫວຽດນາມ ລົງ​ເທຶນ​ເຂົ້າ ສ​ເກົາຫຼີ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຫງວຽນ​ຊິງ​ຮຸ່ງ ​ເນັ້ນໜັກ​ວ່າ:

   ”ສະພາ​ແຫ່ງ​ຊາດ, ລັດຖະບານ​ຫວຽດນາມ ສະໜັບສະໜູນ​ບັນດາ​ນັກ​ລົງທຶນ ສ​ເກົາຫຼີ. ບັນດາ​ນັກ​ລົງທຶນ​ບໍ່​ພຽງ​ແຕ່​ໄດ້​ປະ​ກອບ​ສ່ວນ​ພັດທະນາ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ອີ​ກດ້ວຍ”.

   ທີ່​ການ​ຕ້ອນຮັບການ​ນຳສະມາຄົມ​ມິດຕະພາບ ສ​ເກົາຫຼີ-ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບ ສ່ວນ​ຂອງ​ສະມາຄົມ​ໃນ​ການ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ເນັ້ນໜັກ​ວ່າ:

  ”ຂ້າພະ​ເຈົ້າປາດ​ຖະໜາ​ ​ແລະ ​ເຊື່ອມໝັ້ນວ່າ ສະມາຄົມ​ມິດຕະພາບ ສ​ເກົາຫຼີ-ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ-ສ​ເກົາຫຼີ ຈະ​ມີ​ຄວາມ​ສະໜິດ​ຕິດ​ພັນ​ກັນ, ຮັກສາ​ໝາກຜົນ​ທາງ​ການ​ທູດ, ນ້ຳ​ໃຈ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ທີ່ບັນລຸ​ໄດ້ ​ເພື່ອ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ”.

ຕອນ​ບ່າຍ​ວັນທີ 22/7, ຢູ່​ນະຄອນຫຼວງ ​ເຊ​ີອູ​ນ, ທ່ານ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ມີ​ການ​ເຈລະຈາ​ກັບ​ທ່ານປະທານສະພາ​ແຫ່ງ​ຊາດ ສ ​ເກົາ​ຫຼີ Kang Chang Hee. ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະທານສະພາ​ແຫ່ງ​ຊາ ຫງວຽນ​ຊິງ​ຮູ່ງ ​ໄດ້​ພົບ​ປະ​ກັບ​ທ່າ​ນນາຍົກລັດຖະມົນຕີ ສ ​ເກົາຫຼີ Chung Hong won. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະທານສະພາ​ແຫ່ງ​ຊາ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ລັດຖະບານ ສ ​ເກົາຫຼີ ​ເພີ່ມ​ທະວີ​ການ​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​​ບັນດາ​ວິ​ສາ​ຫະກິດ ລົງທຶນ​ເຂົ້າ ຫວຽດນາມ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ​້​ສິນຄ້າ ຫວຽດນາມ ສົ່ງ​ອອກ​​​ ສ ​ເກົາຫຼີ ກ່ວາ​ອີກ, ກໍ່​ຄື​ບຸລິມະສິດ​ສະໜອງ, ​ເພີ່ມຂອບ​ຂະໜາດ ODA ​ໃຫ້​ແກ່ ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນໃນ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງຄົມມະນາຄົມ. ກ່ຽວ​ກັບການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນລະຫວ່າງ ປະຊາຊົນ 2 ປະ​ເທດ, ທ່ານ​ປະທານປະທານສະພາ​ແຫ່ງ​ຊາ ສະ​ເໜີ​ໃຫ້ 2 ຝ່າຍ​ຊຸກ​ຍູ້​ການ​ເຈລະຈາ ​ແລະ ​ເຊັນ​ສັນຍາ​ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ​ໃນ​ຂົງ​ເຂດ​ພົນລະ​ເຮືອນ ​ແລະ ກ້ານ​ຄ້າ​ໂດຍ​ໄວ, ປຶ​ກສາ​ຫາລື, ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ ວີ​ຊາ​​ໃຫ້​ພົນລະ​ເ​ມື​ອງ ຫວຽດນາມ. ​ໃນ​ການ​ຮ່ວມ​ມື​ຄົນ​ງານ ​ແລະ ອະ​ລັກຂາ​ພົນ​ລະ​ເມືອງ, ທ່ານ​ປະທານ​ປະທານສະພາ​ແຫ່ງ​ຊາຫວັງ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແກ້​ໄຂ​ບັນຫາ​ຍັງ​ຄົງ​ຄ້າງ​ຢ່າງ​ທັນ​ການເພື່ອ​ສືບ​ຕໍ່ຊຸກ​ຍູ້​ການ​ຮ່ວມ​ມື​ຄົນ​ງານ, ສ້າງ​ເງື່ອນ​ໄຂ​ໃຫ​້​ແກ່​ປະຊາ​ຄົມ​ຊາວ ຫວຽດນາມ ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ ທຳ​ມາ​ຫາ​ກິນ ຢູ່ ສ ​ເກົາຫຼີ.

        ຕອນ​ບ່າຍ​ວັນ​ທີ 22/7, ທ່ານ​ປະທານ​ປະທານສະພາ​ແຫ່ງ​ຊາ ຫງວຽນ​ຊິງ​ຮູ່ງ  ​ໄດ້​ໄປ​ຢ້ຽມຢາມ ສະ​ຖາ​ບັນ​ພັດທະນາ ສ ​ເກົາຫຼີ, ສະ​ຖາ​ບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ສ ​ເກົາຫຼີ ຢູ່ ​ເຊີ​ອູ​ນ.

ກ່ອນ​ໜ້າ​ນັ້ນ, ​ຕອນ​ບ່າຍ​ວັນ​ທີ 21/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ມີ​ການພົບ​ປະ ​ແລະ ​ໂອ້​ລົມກັບ​ພະນັກງານ, ລັດຖະກອນ​ສະຖາ​ທູດ ຫວຽດນາມ ພ້ອມ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ ຫວຽດນາມ ອາ​ໄສ​ຢູ່ ສ ​ເກົາຫຼີ. ທ່ານ​ປະທານສະພາ​ແຫ່ງ​ຊາດ ຢືນຢັນ​ວ່າ: ຍາມ​ໃດ​ພັກ, ລັດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເວົ້າ​ລວ​ມ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ ສ ​ເກົາຫຼີ ​ເວົ້າສະ​ເພາະ ​ແລະ ​ກໍ່ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວ​ກ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ມີ​ຊີວິດ​ຢ່າງ​ເປັນປົກກະຕິ, ​ເຊື່ອມ​ໂຍງ​ກັບ​ສັງຄົມ​ຂອງ​ປະ​ເທດ​ປະຈຳ​ຖີ່​ນ.



ຂ່າວ/ບົດ​ອື່ນ